ສາຂາ ວິທະຍາການອາຄານ ຄະນະວິຊາສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດລາວ
ວິທະຍາການອາຄານ
ຫຼັກສູດ: ປະລິນຍາຕີ 5 ປີ
ຄະນະວິຊາສະຖາປັດຕະຍະກຳສາດ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ ແລະ ຄວາມສຳຄັນ
ວິທະຍາການອາຄານໝາຍເຖິງການດຳເນີນໂຄງການການອອກແບບ
ແລະ ກໍ່ສ້າງອາຄານ ຕາມຫຼັກວິຊາການໂດຍການນຳໃຊ້ເຕັກນິກ ແລະ ເຕັກໂນໂລຊີທີ່ທັນສະໄໝທາງດ້ານສະຖາປະນິກ
ເພື່ອຮັບປະກັນການກໍ່ສ້າງໃຫ້ມີຄຸນນະພາບ,
ທັນເວລາທີ່ກຳນົດ, ແລະ
ທີ່ສຳຄັນແມ່ນຕ້ອງນຳໃຊ້ງົບປະມານຕາມທີ່ກໍາໜົດໄວ້ຢ່າງມີປະສິດທິພາບ.
ສາຂານີ້ມີຄວາມສຳຄັນຕໍ່ກັບການພັດທະນາທາງດ້ານພື້ນຖານໂຄງລ່າງທີ່ເປັນພື້ນຖານສົ່ງເສີມການຂະຫຍາຍເສດຖະກິດ
ແລະ ສັງຄົມ.
ວິຊານີ້ຮຽນກ່ຽວກັບຫຍັງ
ພາກວິຊານີ້ສຶກສາຄົ້ນຄ້ວາກ່ຽວກັບໂຄງສ້າງການອອກແບບອາຄານ, ການຄຸ້ມຄອງບໍລິຫານໂຄງການກໍ່ສ້າງ ແລະ
ອະສັງຫາລິມະຊັບ, ການສຶກສາຄວາມເປັນໄປໄດ້
ແລະ ຄວາມເຂົ້າໃຈຕໍ່ກັບສະພາບແວດລ້ອມ ໂດຍເຊື່ອມໂຍງການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝໃຫ້ທຽບເທົ່າກັບສາກົນ.
ນອກຈາກນີ້, ວິຊານີ້ຍັງພົວພັນກັບການອອກແບບວາງຜັງຕົວເມືອງ
ແລະ ການອອກແບບຜະລິດຕະພັນຕ່າງໆ.
ວິທີການສິດສອນ
ວິທີການສິດສອນຂອງພາກວິຊານີ້ແມ່ນປະກອບມີການບັນລະຍາຍທິດສະດີ, ການປະຕິບັດຕົວຈິງ ແລະ
ການທົດລອງວັດສະດຸກໍ່ສ້າງເຊັ່ນ: ການກໍ່ສ້າງ, ການນໍາໃຊ້ໄມ້, ການນຳໃຊ້ເຫຼັກ ແລະ
ອື່ນໆ.ການຄິດໄລ່ໂຄງສ້າງປະເມີນລາຄາແລະວັດສະດຸທີ່ຕ້ອງການ.ທັງນີ້ຍັງມີການໄປທັດສະນະສຶກສາຕາມສະຖານທີ່ຕ່າງໆທີ່ກ່ຽວຂ້ອງກັບວຽກງານສະຖາປັດຕະຍະກຳ, ການລົງຝຶກງານໃນໂຄງການກໍ່ສ້າງຕາມບໍລິສັດຕ່າງໆ
ລວມທັງຫ້ອງການພາກລັດ ແລະ ເອກະຊົນ.
ທັກສະ/ຄວາມສົນໃຈ
ນັກຮຽນທີ່ຈະເຂົ້າຮຽນສາຂານີ້
ຕ້ອງມີພື້ນຖານຄວາມຮູ້ ທາງດ້ານຄະນິດສາດ,
ຟິຊິກສາດ, ສະຖິຕິ ເປັນຕົ້ນ.
ມີຄວາມຄິດສ້າງສັນໃນການອອກແບບ,
ມີຄວາມສາມາດໃນການວາງແຜນ
ແລະ ການຄິດໄລ່ຄຳນວນ, ມີຄວາມສາມາດໃນການແຕ້ມຮູບ, ມີຄວາມມັກໃນການທົດລອງສິ່ງໃໝ່ໆ.
ມີຄວາມສົນໃຈໃນການກໍ່ສ້າງອາຄານ ແລະ ເປັນຄົນໃສ່ໃຈໃນລາຍລະອຽດ.
ຈົບແລ້ວສາມາດ
ນັກສຶກສາທີ່ຈົບຈາກພາກວິຊານີ້
ຈະມີຄວາມສາມາດໃນການອອກແບບອາຄານ,
ຄິດໄລ່ຄຳນວນມູນຄ່າໂຄງການກໍ່ສ້າງລວມທັງບໍລິຫານ, ຄວບຄຸມ ແລະ ກວດກາການກໍ່ສ້າງອາຄານຕ່າງໆ ບໍ່ວ່າຈະເປັນ
ອາຄານໂຮງຮຽນ, ໂຮງໝໍ, ໂຮງງານ,
ສະຖານທີ່ເຮັດວຽກ
ແລະ ວັດວາອາຮາມຕ່າງໆ. ນອກຈາກນັ້ນ, ກໍຍັງປະເມີນໂຄງການກໍ່ສ້າງ
ແລະ ວຽກງານຕ່າງໆທີ່ກ່ຽວຂ້ອງກັບສະຖາປັດຕະຍະກຳ.
ອາຊີບ
ທາງເລືອກໃນການປະກອບອາຊີບນີ້
ນັກສຶກສາສາມາດປະກອບອາຊີບໄດ້ໃນວຽກງານບໍລິຫານ,
ຄວບຄຸມ
ແລະ ກວດກາການກໍ່ສ້າງ; ການຄິດໄລ່ລາຄາການກໍ່ສ້າງ
ແລະ ການປະເມີນໂຄງການນໍາພາກລັດ ແລະ ເອກະຊົນ. ເປັນຕົ້ນແມ່ນ ບັນດາກະຊວງ, ແຂວງ,
ພະແນກໂຍທາທິການ
ແລະ ຂົນສົ່ງ, ບໍລິສັດອອກແບບ, ບໍລິສັດກໍ່ສ້າງ ແລະ ບໍລິສັດທີ່ປຶກສາ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ສະຖາປັດຕະຍະກໍາສາດ
ວິທະຍາເຂດດົງໂດກ
ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ,
ນະຄອນຫຼວງວຽງຈັນ
ໂທ: 021
740276 ຫຼື 021 740277


