ສາຂາ ອອກແບບຕົກແຕ່ງ ຄະນະວິຊາ​ສະຖາປັດຕະຍະກຳສາດ​ ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ



ອອກແບບຕົກແຕ່ງ

ຫຼັກສູດ: ປະລິນຍາ​ຕີ 4 ປີ
ຄະນະວິຊາ​ສະຖາປັດຕະຍະກຳສາດ​
ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ນິຍາມ ແລະ ຄວາມສຳຄັນ
ສາຂາວິຊາ​ການອອກແບບຕົກແຕ່ງ ເປັນສາຂາຮຽນໜຶ່ງຂອງຄະນະສະຖາປັດຕະຍະກໍາສາດ ທີ່ໄດ້ລົງເລິກກ່ຽວກັບການສຶກສາດ້ານສິລະປະການອອກແບບ,​ທັດ​ສະ​ນີ​ຍະ​ພາບ​ທັງ​ພາຍ​ໃນ​ແລະ​ພາຍນອກ ເພື່ອ​ໃຫ້​ເກີດ​ຄວາມ​ສວຍ​ງາມ ແລະ ຄວາມ​ສະ​ດວກ​ສະ​ບາຍ​ໃຫ້​ແກ່​ຜູ້​ຊົມ​ໃຊ້ ແລະ ຈຸດປະສົງຫຼັກຂອງໃນການສ້າງນັກວິຊາການດ້ານການອອກແບບຕົກແຕ່ງພາຍໃນ ແລະ ພູມິທັດໃນເຂດອ້ອມຮອບອາຄານ ເຊັ່ນ: ປະເພດອາຄານທີ່ຢູ່ອາໄສ ແລະ ອາຄານສາທາລະນະທົ່ວໄປ​. ​

ວິຊານີ້ຮຽນກ່ຽວກັບຫຍັງ
ວິຊາ​ນີ້ຮຽນ​ກ່ຽວ​ກັບການອອກ​ແບບ​ຕົກ​ແຕ່ງທັງ​ພາຍ​ໃນ ​ແລະ ​ພາຍນອກ​. ນັກ​ສຶກ​ສາ​ຈະ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ ການ​ໃຊ້​ຄວາມ​ຄິດ​ຈິນ​ຕະ​ນາ​ການ​ທີ່​ມີ​ຄວາມຫຼາກຫຼາຍຮູບ​ແບບ ແລະ ແປກ​​ໃໝ່ເຂົ້າ​ໃນ​ການ​ອອກ​​ແບບລວດ​ລາຍ​ຕ່າງໆ ການ​ປະ​ສົມ​ປະ​ສານ​ຮູບແບບ​ທ້ອງ​ຖິ່ນ ແລະ ຮ່ວມ​ສະ​ໄ​ໝ ​ແລ້ວ​ນຳ​ມາ​ໃສ່​ພື້ນ​ຜິວ​ອາ​ຄານ ຫຼື ຕົກ​ແຕ່ງ​ດ້ວຍວັດ​ສະ​ດຸ​ຕ່າງໆ. ນອກ​ຈາກ​ນີ້, ນັກ​ສຶກ​ສາ​ຍັງ​ຈະ​ໄດ້​​ໃຊ້​ຄວາມຮູ້​​ທາງ​ດ້ານ​ວິ​ທະ​ຍາ​ສາດ ແລະ ວິ​ທະ​ຍາ​ການ​ຕ່າງໆ ຢ່າງ​ມີ​ສິລະ​ປະເຂົ້າ​ໃນ​ການ​ອອກ​ແບບ​ຕົກ​ແຕ່ງ​.​



ວິທີການສິດສອນ
ວິ​ທີ​ການ​ສິດສອນ​ຂອງ​ພາກ​ວິຊາອອກແບບຕົກແຕ່ງນີ້ແມ່ນອີງໃສ່ລະບົບໜ່ວຍກິດເປັນການສອນທິດສະດີ ແລະ ປະຕິບັດໂຄງການໄປພ້ອມໆກັນ ນອກນັ້ນ ຍັງໄດ້ນໍາພານັກສຶກສາລົງຝຶກງານສໍານັກງານ, ຫ້ອງການ ແລະ ສະໜາມກໍ່ສ້າງທັງພາກລັດ ແລະ ເອກະຊົນ ພ້ອມທັງນໍາພານັກສຶກສາໄປທັດສະນະສຶກສາຢູ່ພາຍໃນ ແລະ ຕ່າງປະເທດ.​ ຫຼັກສູດປະລິນຍາຕີການອອກແບບຕົກແຕ່ງໃຊ້ເວລາການສຶກສາເປັນເວລາ 4 ປີ ຫຼື ບໍ່ຕໍ່າກວ່າ 8 ພາກຮຽນ.

ທັກສະ/ຄວາມສົນໃຈ
ນັກຮຽນ​ທີ່​ຈະ​ເຂົ້າມາ​ຮຽນ​ໃນ​ສາຂາ​ນີ້ ​ຕ້ອງເປັນຄົນ​ທີ່​ມີ​ຄວາມ​ກະຕືລືລົ້ນ​​ໃນ​ການ​ຮຽນຮູ້, ​ເປັນ​ຄົນ​ທີ່​ມີ​ຄວາມ​ສົນ​ໃຈ, ຕັ້ງ​ໃຈ ​ແລະ ຄວາມ​ມຸ້ງໝັ້ນຢາກຮຽນຮູ້ພາສາ​ອັງກິດ​​ເຊິ່ງສາມາດ​ນໍາ​ໃຊ້​ໄດ້​ໃນ​ທຸກ​ຂົງ​ເຂດ​ທຸລະ​ກິດ.ນອກ​ນັ້ນ ຕ້ອງ​ເປັນ​ຄົນ​ທີ່​ມີ​ພອນ​ສະຫວັນ​ໃນ​ຕົວ ​ເຊັ່ນ:ມີ​ມະມຸດ​ສໍາພັນ​ດີ, ຄວາມກ້າ​ສະ​ແດງ​ອອກ ​ແລະ ຄວາມ​ສາມາດ​ໃນ​ການ​ຕໍ່​ລອງ​ເຈລະຈາ​ເປັນຕົ້ນ.

ຈົບແລ້ວສາມາດ
ນັກຮຽນທີ່ຈະເຂົ້າມາຮຽນໃນສາຂານີ້ ຕ້ອງເປັນຄົນທີ່ມີຄວາມມັກຮັກໃນການອອກແບບ, ຂີດຂຽນ, ມີຄວາມຄິດສ້າງສັນໃນການອອກແບບຕົກ​ແຕ່ງ, ມັກ​ຄິດ, ມັກ​ສັງ​ເກດ, ກະຕືລືລົ້ນໃນການຮຽນຮູ້, ມີຄວາມອົດທົນ ແລະ ມີທັກສະໃນການເຮັດວຽກເປັນທີມເປັນຕົ້ນ.

ອາຊີບ
ທາງ​ເລືອກ​ໃນ​ການ​ປະກອບ​ອາຊີບ ​ແມ່ນ​ສາມາ​ດ​ປະກອບ​ອາຊີບໃນຫຼາຍຂົງ​ເຂດກ່ຽວກັບວຽກງານ​ການອອກແບບຕົກແຕ່ງ, ເປັນສະຖາປະນິດອອກແບບຕົກແຕ່ງພາຍໃນ ແລະ ພາຍນອກອາຄານເຊັ່ນ: ເປັນນັກອອກແບບຕົກ​ແຕ່ງ​ສະ​ຖານ​ທີ່ໃຫ້ກັບບໍລິສັດ,​ ​ອົງການຕ່າງໆທີ່ເຮັດກ່ຽວກັບການອອກແບບ ແລະ ຍັງສາມາດປະກອບອາຊີບເປັນນັກອອກແບບ​ຕົກ​ແຕ່ງອິດສະຫຼະໄດ້ອີກດ້ວຍ.

ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ສະຖາປັດຕະຍະກໍາສາດ
ວິທະຍາເຂດດົງໂດກ ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 740276 ຫຼື 021 740277

ແຫຼ່ງຂໍ້ມູນ: https://collegemajor.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ