ສາຂາ ສະພາບແວດລ້ອມຜັງເມືອງ ຄະນະວິຊາສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດລາວ
ສະພາບແວດລ້ອມຜັງເມືອງ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິຊາສະຖາປັດຕະຍະກຳສາດ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ ແລະ ຄວາມສຳຄັນ
ສະພາບແວດລ້ອມຜັງເມືອງແມ່ນສະພາບແວດລ້ອມທາງດ້ານເສດຖະກິດ-ສັງຄົມທີ່ເປັນປັດໄຈຕໍ່ການຂະຫຍາຍຕົວ
ແລະ ການສ້າງຕົວເມືອງທີ່ໜ້າຢູ່,
ລວມທັງສິ່ງແວດລ້ອມທາງວັດທະນາທຳ
ແລະ ສິ່ງແວດລ້ອມທາງທຳມະຊາດ. ການວາງແຜນ ແລະ
ຄຸ້ມຄອງສະພາບແວດລ້ອມຜັງເມືອງທີ່ມີປະສິດທິພາບມີຄວາມສຳຄັນຕໍ່ການກຳນົດແຜນພັດທະນາຕົວເມືອງໃຫ້ມີຄວາມຍືນຍົງ
ແລະ ສາມາດຕອບສະໜອງຄວາມຕ້ອງການທາງດ້ານເສດຖະກິດ ແລະ ສັງຄົມທີ່ມີການຂະຫຍາຍຕົວ.
ວິຊານີ້ຮຽນກ່ຽວກັບຫຍັງ
ວິຊານີ້ຮຽນກ່ຽວກັບບັນດາວິທີການໃນການວາງແຜນ
ແລະ ການຄຸ້ມຄອງຕົວເມືອງ, ສຶກສາສະພາບແວດລ້ອມເສດຖະກິດ
ແລະປັດໄຈທີ່ເຮັດໃຫ້ຕົວເມືອງມີການຂະຫຍາຍຕົວ,
ປັດໃຈທາງສັງຄົມທີ່ສົ່ງຜົນຕໍ່ການສ້າງຕົວເມືອງທີ່ໜ້າຢູ່, ການປົກປັກຮັກສາ ແລະ
ສົ່ງເສີມຄຸນຄ່າຂອງມໍລະດົກວັດທະນະທຳ,
ເງື່ອນໄຂສະພາບແວດລ້ອມທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ
ເພື່ອສ້າງສະພາບແວດລ້ອມສິ່ງປຸກສ້າງທີ່ເປັນມິດກັບສິ່ງແວດລ້ອມ.
ວິທີການສິດສອນ
ການສິດສອນວິຊານີ້ແມ່ນປະສົມປະສານການຮຽນທິດສະດີ
ແລະ ເນັ້ນໜັກການສອນທັກສະການຮຽນຮູ້ດ້ວຍຕົນເອງໃຫ້ແກ່ນັກສຶກສາ
ໂດຍຜ່ານການປະຕິບັດຕົວຈິງເຊັ່ນ: ການຈຳລອງສະພາບແວດລ້ອມຜັງເມືອງ, ວາງແຜນ ແລະ ອອກແບບໂຄງສ້າງທາງສະຖາປັດຕະຍາກຳ
ແລະ ສະພາບແວດລ້ອມພາຍໃນອາຄານເປັນຕົ້ນ.
ທັກສະ/ຄວາມສົນໃຈ
ນັກສຶກສາທີ່ຮຽນສາຂານີ້ຄວນມີຄວາມສົນໃຈກ່ຽວກັບການວາງແຜນ, ອອກແບບ ແລະ ການພັດທະນາຕົວເມືອງ, ມີທັກສະໃນການວິເຄາະບັນຫາ, ການຮັບຟັງ ແລະ
ການປັບຕົວເຂົ້າກັບສະພາບແວດລ້ອມອ້ອມຂ້າງ, ມີຫົວຄິດປະດິດສ້າງ ແລະ ພື້ນຖານທາງດ້ານການແຕ້ມ ແລະ ການຄິດໄລ່.
ຈົບແລ້ວສາມາດ
ນັກສຶກສາທີ່ຈົບຈາກພາກວິຊານີ້ຈະມີຄວາມສາມາດໃນການວິເຄາະປັດໄຈຕ່າງໆທີ່ມີຜົນຕໍ່ການພັດທະນາຕົວເມືອງ, ສາມາດອອກແບບ,
ວາງແຜນ
ແລະ ພັດທະນາຕົວເມືອງ ໂດຍນຳໃຊ້ເຕັກໂນໂລຊີທີ່ເໝາະສົມ.
ມີທັກສະໃນການນຳສະເໜີຄວາມຄິດດ້ວຍຄຳເວົ້າ,
ການຂຽນ, ການແຕ້ມດ້ວຍມື,
ດ້ວຍຄອມພິວເຕີ
2D ແລະ 3D
ແລະ ດ້ວຍຫຸ່ນຈຳລອງ.
ອາຊີບ
ສາມາດປະກອບອາຊີບເປັນນັກວິສະວະກອນ
ຫຼື
ທີ່ປຶກສາທາງດ້ານການອອກແບບພັດທະນາຕົວເມືອງຢູ່ອົງກອນຕ່າງໆທັງພາກລັດແລະເອກະຊົນເຊັ່ນ: ຂະແໜງໂຍທາທິການ ແລະ
ການຂົນສົ່ງ, ຂະແໜງການອະນຸລັກມໍລະດົກວັດທະນະທຳ-ທ່ອງທ່ຽວ, ອົງການພັດທະນາສາກົນ, ຫ້ອງການວາງແຜນອອກແບບຜັງເມືອງ.
ເປັນອາຈານສອນກ່ຽວກັບສະຖາປັດຕະຍາກຳສາດ ແລະ ຜັງເມືອງ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ສະຖາປັດຕະຍະກໍາສາດ
ວິທະຍາເຂດດົງໂດກ
ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ,
ນະຄອນຫຼວງວຽງຈັນ
ໂທ: 021
740276 ຫຼື 021 740277


