ສາຂາ ບໍລິຫານທຸລະກິດ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ



ບໍລິຫານທຸລະກິດ

ຫຼັກສູດ: ປະລິນຍາ​ຕີ 4 ປີ
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ນິຍາມ ແລະ ຄວາມສຳຄັນ

ການບໍລິຫານ​ທຸລະ​ກິດໝາຍ​ເຖິງ​ການປະຕິບັດ ຫຼື ຄຸ້ມ​ຄອງ​ວຽກງານ​ທາງ​ດ້ານ​ການ​ດຳ​ເນີນ​ງານທຸລະ​ກິດ, ລວມ​ໄປ​ເຖິງ​ການ​ຕັດສິນ​ໃຈ​ໃນ​ການ​ປະຕິບັດ​ແຜນ​ການ​ສ້າງ​ທຸລະ​ກິດ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ອິກທັງ​ເວົ້າ​ເຖິງ​ການຈັດ​ຕັ້ງ​ປະຕິບັດ​ກ່ຽວກັບ​ບຸກຄະລາ​ກອນ ​ແລະ ຊັບພະຍາກອນ​ທີ່​ມີ​ຢູ່​ ​ເພື່ອນຳ​ມາໝຸນ​ໃຊ້ໃຫ້​ເກີດ​ປະ​ໂຫຍ​ດສູງ​ສຸດ. ​ວິຊາ​ນີ້​ເປັນ​ວິຊາ​ທີ່​ສຳຄັນ​ຢ່າງໜຶ່ງ ຍ້ອນ​ວ່າ ມັນ​ໄດ້​ຊ່ວຍ​ເຮັດ​ໃຫ້ການ​ບໍລິຫານ​ທຸລະ​ກິດ​ຂອງ​ລາວ​ເປັນ​ໄປ​ຢ່າງໝັ້ນຄົງ ​ແລະ ມີ​ປະສິດທິພາບ.

ວິຊານີ້ຮຽນກ່ຽວກັບຫຍັງ

ວິຊາ​ນີ້​ຮຽນກ່ຽວກັບຫຼັກການ​ການ​ບໍລິຫານ​ທຸລະ​ກິດຂອງ​ຜູ້​ປະກອບ​ການທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ. ​ເປັນ​ວິຊາ​ທີ່​ສ້າງ​ນັກວິຊາການ​ບໍລິຫານ ​ແລະ ນັກທຸລະກິດ​ເພື່ອ​ປະກອບ​ເປັນ​ພະນັກງານ​ຕ່າງ​ອົງການ​ຈັດ​ຕັ້ງຕ່າງໆ. ວິຊານີ້ຍັງຈະໄດ້ຮຽນກ່ຽວກັບການ​ບໍລິຫານ​ທຸລະ​ກິດໂດຍສະເພາະແມ່ນ ​ແນ່​ໃສ່​ການ​ລົງທຶນມະຫາ​ພາກ ແລະ ຈຸລະພາກ ​ເພື່ອ​ເຮັດ​ໃຫ້​ເສດຖະກິດ​ຂອງ​ປະ​ເທດ​ເຂັ້ມ​ແຂງ ​ແລະ ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ.



ວິທີການສິດສອນ

ວິທີ​ການ​ສິດສອນະແມ່ນ​ປະກອບ​ມີ​ພາກ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດ​ຕົວ​ຈິງ​ໄປ​ພ້ອມໆກັນ ​ເຊັ່ນ: ການ​ລົງ​ຝຶກງານ​ຕົວ​ຈິງ​ນຳ​ບັນດາ​ອົງ​ກອນ​ ​ແລະ ໜ່ວຍງານ​ທີ່​ກ່ຽວຂ້ອງ​ທັງພາ​ກລັດ ​ແລະ ບັນດາ​ບໍລິສັດ​ຕ່າງໆ​. ນອກ​ນັ້ນ, ຍັງມີການ​ເຮັດ​ບົດນໍາ​ສະ​ເໜີ, ບົດເ​ຝິກ​ຫັດ​ ແລະ ​ບົດລາຍງານ​ທີ່​ຕິດ​ພັນ​ກັບການ​ປະຕິບັດ​ຕົວ​ຈິງ. ມີ​ການ​ລົງທັດສະນະ​ສຶກສາ​ຕາມ​ແຕ່ລະ​ແຂວງ​ ຫຼື ທ້ອງ​ຖິ່ນ​ຕ່າງໆພາຍ​ໃນປະ​ເທດ ເຊິ່ງຈະ​ຊ່ວຍ​ໃຫ້​ນັກ​ສຶກສາມີ​ຄວາມ​ເຂົ້າ​ໃຈ​ເຖິງ​ບັນຫາ​ໄດ້​ຢ່າງ​ຊັດ​ເຈນ. ​

ທັກສະ/ຄວາມສົນໃຈ

ນັກ​ສຶກສາ​ຄວນ​ມີ​ຄວາມ​ຮູ້​ພື້ນຖານ​ທາງ​ດ້ານ​ຄະນິດສາດ ແລະ ສະຖິຕິ ​ແລະ ຄວາມ​ຮູ້​ເບື້ອງ​ຕົ້ນ​ກ່ຽວກັບ​ການ​ບໍລິຫານ ​ແລະ ​ເສດຖະສາດ ​ເພື່ອ​ຈະກ້າວ​ໄປ​ເປັນ​ຜູ້​ບໍລິຫານ​ທຸລະ​ກິດ​ທີ່​ດີ​. ນອກຈາກ​ນີ້, ຄວນມີທັດສະນະ​ໃນ​ຄວາມ​ເປັນ​ຜູ້ນຳ ແລະ ການເປັນຜູ້​ບໍລິຫານ ​ໄປ​ຈົນ​ເຖິງ ການເປັນຜູ້​ດຳ​ເນີນ​ກິດຈະການ​ເປັນ​ຂອງ​ຕົນ​ເອງ.

ຈົບແລ້ວສາມາດ

ນັກສຶກສາທີ່​ຈົບ​ຈາກ​ສາຂາ​ວິຊາ​ນີ້​ະຈະ​ມີຄວາມ​ຮູ້ ຄວາມ​ເຂົ້າ​​ໃຈ​ກ່ຽວກັບ​ການ​ບໍລິຫານ​ທຸລະ​ກິດ ​ແລະ ການ​ບໍລິຫານ​ບຸກຄະລາ​ກອນ​ໄປ​ໃນ​ຕົວ, ​ເຊິ່ງຄວາມ​ຮູ້​ດັ່ງກ່າວ​ແມ່ນ​ມີ​ຄວາມ​ສຳຄັນຫຼາຍບໍ່​ວ່າ​ຈະ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນໜ້າທີ່​ວຽກງານ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ລວມ​ໄປ​ເຖິງ​ການ​ປະກອບ​ທຸລະ​ກິດ​ສ່ວນ​ຕົວ.

ອາຊີບ

ນັກສຶກສາສາມາດປະກອບອາຊີບເປັນ​ນັກ​ບໍລິຫານ​ບຸກຄະລາ​ກອນ, ນັກ​ບໍລິຫານ​ທຸລະ​ກິດ​, ເຊິ່ງ ​ສາມາດ​ປະກອບ​ອາຊີບ​​ໃນບັນດາກະຊວງຕ່າງໆ ​ເນື່ຶອງຈາກ​ການ​ບໍລິຫານ​ແມ່ນ​ຈຳ​ເປັນ​ໃນ​ທຸກຂະ​ແໜງການ. ນອກ​ນັ້ນ, ຍັງສາມາດເປັນ​ຜູ້​ບໍລິຫານ​ທາງ​ດ້ານ​ແນວ​ຄິດ, ພະນັກງານວິຊາການ​ໃຫ້​ແກ່​ບໍລິ​ສັດ​, ທະນາຄານ ຫຼື ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆອີກ​ດ້ວຍ.

ທີ່ຕັ້ງ ແລະ ຕິດຕໍ່

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ວິທະຍາເຂດດົງໂດກ ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ.
ໂທ: 021 77006
ເວັບໄຊ໌ www.febm-nuol.org

ແຫຼ່ງຂໍ້ມູນ: https://collegemajor.la/

Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ