ສາຂາ ຄູພາສາຝຣັ່ງ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ
ຄູພາສາຝຣັ່ງ
ຫຼັກສູດ ປະລິນຍາຕີ 4 ປີ
ຄະນະສຶກສາສາດ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ
ແລະ ຄວາມສຳຄັນ
ຄຳວ່າ “ ຄູ ” ແມ່ນມີຄວາມໝາຍສຳຄັນຫຼາຍໃນແຕ່ລະປະເທດໃນໂລກ
ເພາະຄູເປັນຜູ້ສິດສອນ ແລະ ສ້າງບຸກຄະລາກອນເພື່ອຮັບໃຊ້ສັງຄົມ.
ເຊັ່ນດຽວກັນກັບຄູພາສາຝຣັ່ງ ທີ່ໃຫ້ຄວາມຮູ້ ແລະ
ຄວາມສາມາດດ້ານວິຊາຊີບຄູໃນສາຂາພາສາຝັ່ຣງແກ່ນັກສຶກສາທີ່ມີຄວາມຕ້ອງການປະກອບອາຊີບຄູເຊິ່ງນຳໃຊ້ພາສາຝຣັ່ງປະກອບໃນການສິດສອນ.
ຄູພາສາຝຣັ່ງ ມີບົດບາດສຳຄັນຫຼາຍໃນການຍົກລະດັບຄວາມສາມາດດ້ານພາສາຕ່າງປະເທດ ກໍຄື
ພາສາຝຣັ່ງ ໃຫ້ທຽບເທົ່າກັບສາກົນ.
ວິຊານີ້ຮຽນກ່ຽວກັບຫຍັງ
ວິຊານີ້ຮຽນກ່ຽວກັບພາສາຝຣັ່ງທີ່ນຳໃຊ້ເຂົ້າໃນການປະກອບອາຊີບຄູ
ເຊິ່ງຄວາມຮູ້ຫຼັກ ແມ່ນ ຄວາມຮູ້ພື້ນຖານພາສາຝຣັ່ງທົ່ວໄປ ( ການອ່ານ, ການຂຽນ,
ການຟັງ, ການເວົ້າ,
ຫຼັກໄວຍາກອນ, ອະລິຍະທຳ,
ວັດທະນະທຳ, ວັນນະຄະດີ). ນອກນັ້ນ,ນັກສຶກສາຍັງຈະໄດ້ສຶກສາກ່ຽວກັບຈັນຍາບັນໃນອາຊີບຄູ, ວິທີການສອນ,
ແຕ່ງບົດສອນ
ແລະ ວິທີການຊັກຈູງກະຕຸ້ນຄວາມຢາກຮຽນແກ່ນັກສຶກສາ.
ວິທີການສິດສອນ
ວິທີການສິດສອນຂອງສາຂາວິຊາຄູພາສາຝຣັ່ງ ແມ່ນ ອີງໃສ່ພາກທິດສະດີ ແລະ
ພາກປະຕິບັດຕົວຈິງໂດຍກຳນົດເອົານັກສຶກສາເປັນໃຈກາງໃນການສິດສອນ, ການແຕ່ງບົດສອນ ເຊັ່ນ: ການສະເໜີຫົວຂໍໃດໜຶ່ງເພື່ອໃຫ້ນັກສຶກສາສົນທະນາແລກປ່ຽນຄວາມຄິດເຫັນພາຍໃນຫ້ອງ, ມີການນຳໃຊ້ເຕັກໂນໂລຊີເຂົ້າໃນການສິດສອນ, ມີການຫຼີ້ນເກມທີ່ກ່ຽວຂ້ອງກັບບົດຮຽນ. ນອກນັ້ນ, ນັກສຶກສາຈໄດ້ເຝິກແຕ່ງບົດສອນ, ສອນຊ່ວຍ ແລະ ທົດລອງການສິດສອນພາຍໃນຫ້ອງຮຽນອີກດ້ວຍ.
ທັກສະ/ຄວາມສົນໃຈ
ນັກຮຽນທີ່ຈະເຂົ້າມາຮຽນໃນສາຂານີ້ ແມ່ນ
ຕ້ອງເປັນຄົນທີ່ມີຄວາມກະຕືລື່ລົ້ນຮຽນຮູ້,
ຄົ້ນຄ້ວາ, ມັກຮັກໃນອາຊີບຄູ,
ເປັນຄົນມີອັດຕະຍະໃສ-ມະນຸດສຳພັນດີ, ມີຄວາມອົດທົນຕໍ່ແຮງກົດດັນຕ່າງໆ
ພ້ອມທັງສາມາດປັບຕົວເຂົ້າກັບສະພາແວດລ້ອມໄດ້ດີ. ຄວນມີຄວາມຮູ້ດ້ານພາສາຕ່າງປະເທດ ກໍຄື
ພາສາຝຮັ່ງ ແລະ ພາສາອັງກິດຍິ່ງເປັນການດີໃນການສຶກສາຮໍ່າຮຽນ.
ຈົບແລ້ວສາມາດ
ຄວາມສາມາດຫຼັງຈາກຮຽນຈົບ ແມ່ນມີ 4 ທັກສະຂອງການສື່ສານ
(ເວົ້າ, ຟັງ,
ອ່ານ
ແລະ ຂຽນ) ພາສາຝຣັ່ງ, ທັກສະພື້ນຖານຂອງການແປ.
ນອກນັ້ນນັກສຶກສາທີ່ຈົບໄປຍັງມີຄວາມຮູ້,
ຄວາມສາມາດໃນການນຳໃຊ້ພາສາຝຣັ່ງເຂົ້າໃນການສິດສອນ, ເປັນຄົນທີ່ມີຫົວຄິດປະດິດສ້າງ
ພ້ອມທັງມີຄວາມຮັບຜິດຊອບຕໍ່ອາຊີບຂອງຕົນ.
ອາຊີບ
ທາງເລືອກໃນການປະກອບອາຊີບ ແມ່ນສາມາດປະກອບອາຊີບໃນຫຼາຍຂົງເຂດວຽກງານ
ເຊັ່ນ : ຄຸສອນພາສາຝຣັ່ງຕາມໂຮງຮຽນຕ່າງໆ
ໃນຊັ້ນມັດທະຍົມຕອນຕົ້ນຕອນ ຕອນປາຍ ແລະ ໃນມະຫາວິທະຍາໄລ. ນອກນັ້ນຍັງສາມາດປະກອບອາຊີບທີ່
ທະນາຄານ, ກະຊວງການຕ່າງປະເທດ, NGOs, ສູນພາສາຝຣັ່ງ ແລະ ບັນດາອົງການຈັດຕັ້ງຝຮັ່ງໂກໂຟນີຕ່າງໆ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະສຶກສາສາດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770473


