ສາຊາ ການໂຮງແຮມ ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດລາວ
ການໂຮງແຮມ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ
ແລະ ຄວາມສຳຄັນ
ສາຂາການໂຮງແຮມ ແມ່ນສາຂາທີ່ຮຽນກ່ຽວກັບການໃຫ້ບໍລິການທຸລະກິດທາງດ້ານທີ່ພັກອາໄສ
ເຊັ່ນ: ໂຮງແຮມ, ຣີສອດ, ບ້ານພັກ ແລະ ອຶ່ນໆ. ສາຂານີ້ມີຄວາມສຳຄັນ ໃນການສະໜັບສະໜຸນໃຫ້ແກ່ຂະແໜງການທ່ອງທ່ຽວ
ເຊິ່ງເປັນທຸລະກິດໜຶ່ງທີ່ກໍາລັງຈະເລີນເຕີບໃຫຍ່ຂະຫຍາຍຕົວໃນ ສປປ ລາວ, ສະນັ້ນຈຶ່ງໄດ້ມີການຈັດຕັ້ງການຮຽນ-ການສອນ
ເພື່ອພັດທະນາວິທີການຈັດການ ແລະ ການບໍລິການ ເພື່ອທີ່ຈະສາມາດສະໜັບສະໜູນເສດຖະກິດ ແລະ
ສ້າງລາຍໄດ້ໃຫ້ແກ່ປະເທດຊາດ.
ວິຊານີ້ຮຽນກ່ຽວກັບຫຍັງ
ວິຊານີ້ຮຽນຮູ້ກ່ຽວກັບການທ່ອງທ່ຽວ ແລະ ການໂຮງແຮມ, ທັກສະການສື່ສານຢ່າງມືອາຊີບ, ການບໍລິການລູກຄ້າ, ການແກ້ໄຂບັນຫາ, ການບໍລິຫານພະແນກຫ້ອງພັກ, ການບໍລິຫານພະແນກແມ່ບ້ານ, ການບໍລິຫານງານດ້ານສະປາ, ພາສາອັງກິດ ແລະ ວິຊາອື່ນໆ ເຊິ່ງມີຄວາມສຳຄັນໃນການພັດທະນາກຳລັງແຮງງານທີ່ມີຄຸນນະພາບ, ມີທັກສະສີມືສູງ ແລະ
ມີຄວາມຮູ້ຄວາມສາມາດສະເພາະ.
ວິທີການສິດສອນ
ວິທີການສິດສອນແມ່ນປະກອບມີການບັນຍາຍ,
ການສາທິດ, ຫ້ອງທົດລອງ,
ການລົງປະຕິບັດພາກສະໜາມ, ກິດຈະ ກຳທັດສະນະສຶກສາ, ການຈັດກຸ່ມປຶກສາຫາລື, ການຄົ້ນຄວ້າດ້ວຍຕົວເອງ, ການຮຽນທາງອິນເຕີເນັດ, ການສະແດງບົດບາດ ແລະ
ຝຶກຫັດຕົວຈິງຕາມການແນະນຳ.
ທັກສະ/ຄວາມສົນໃຈ
ນັກຮຽນຈະຕ້ອງມີຄວາມສົນໃຈໃນການຮຽນພາສາຕ່າງປະເທດ. ມີຄວາມມັກຮັກ ໃນວຽກການບໍລິການ, ໃນການປຸງ ແຕ່ງອາຫານ ແລະ ເຄື່ອງດື່ມ, ເປັນຄົນມີມະນຸດສຳພັນດີ ແລະ ມີຄວາມຮັບຜິດຊອບສູງ, ມີຄຸນນະທຳ ແລະ ດຸໝັ່ນ, ເປັນຄົນໃສ່ໃຈໃນລາຍລະອຽດ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.
ຈົບແລ້ວສາມາດ
ຈະໄດ້ຄວາມຮູ້ ດ້ານວິຊາການ ແລະ
ໜ້າທີ່ໃນຂະແໜງການບໍລິການທີ່ພັກແຮມ,
ການແກ້ໄຂບັນຫາ
ແລະ ການສື່ສານຢ່າງເປັນມືອາຊີບ,
ໄດ້ຮັບການປູກຝັງທັດສະນະຄະຕິດ້ານການບໍລິການ
ແລະ ໄດ້ຮັບຄວາມສົມດຸນລະ ຫວ່າງທັກສະວິຊາຊີບທີ່ຈຳເປັນ ແລະ
ມີຄວາມຮູ້ພື້ນຖານ ເພື່ອກຽມພ້ອມໃສ່ວຽກງານຕົວຈິງ ແລະ
ເພື່ອສຶກສາຕໍ່ລະດັບສູງ.
ອາຊີບ
ຫຼັງຈາກຮຽນຈົບ ນັກສຶກສາ ສາມາດປະກອບອາຊີບ ເປັນພະນັກງານຕ້ອນຮັບ, ພະນັກງານໃຫ້ບໍລິການ, ເປັນເລຂານຸການ ແລະ ຜູ້ຈັດການພະແນກຕ່າງໆໃນໂຮງແຮມ. ນອກຈາກນັ້ນ, ນັກສຶກສາຍັງສາມາດໄປປະກອບທຸລະກິດໂຮງແຮມ
ຂອງຕົນເອງໄດ້ອີກ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິທະຍາສາດສັງຄົມ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770876


