ສາຂາ ວິສະວະກຳ ໂທລະຄົມມະນາຄົມ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ
ວິສະວະກຳ ໂທລະຄົມມະນາຄົມ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິສະວະກຳສາດ
ມະຫາວິທະຍາໄລແຫ່ງຊາດ
ນິຍາມ ແລະ ຄວາມສຳຄັນ
ໂທລະຄົມມະນາຄົມ ແມ່ນ ການຕິດຕໍ່ສື່ສານ
ໂດຍນຳໃຊ້ອຸປະກອນສື່ສານໃດໜຶ່ງເປັນພາຫະນະນຳພາ. ເນື່ອງຈາກວ່າໃນໂລກປັດຈຸບັນ
ມະນຸດເຮົາໄດ້ມີການຕິດຕໍ່ສື່ສານກັນ ແລະ ເຕັກໂນໂລຊີຂອງອຸປະກອນການສື່ສານແມ່ນມີການປ່ຽນແປງ
ແລະ ປັບປຸງຂື້ນເລື້ອຍໆ. ສະນັ້ນ, ສາຂານີ້ຈຶ່ງມີຄວາມສຳຄັນໃນການສ້າງບຸກຄະລາກອນໃຫ້ມີຄວາມຮູ້
ແລະ
ຊຳນິຊຳນານເຂົ້າໃນການພັດທະນາໂທລະຄົມມະນາຄົມເພື່ອໃຫ້ທ່ວງທັນກັບສະພາບສັງຄົມທີ່ມີການປ່ຽນແປງ.
ວິຊານີ້ຮຽນກ່ຽວກັບຫຍັງ
ຮຽນກ່ຽວກັບວິທີການ ຫຼື ຫຼັກການໃນການສື່ສານ, ພື້ນຖານໃນການສື່ສານຂໍ້ມຼູນ, ລະບົບສື່ສານໃນແບບຕ່າງໆ ເຊັ່ນ: ແບບດິຈິຕອນ, ໂທລະສັບເຄື່ອນທີ່ ແລະ ການສື່ສານທາງດ້ານໄມໂຄຣເວບ
ເປັນຕົ້ນ. ສຶກສາອຸປະກອນປະເພດຕ່າງໆທີ່ໃຊ້ເພື່ອການສື່ສານ ຫຼື ເປັນການຮັບສົ່ງສັນຍານ
ເຊັ່ນ: ການສື່ສານໂດຍນຳໃຊ້ສາຍ ແລະ ແບບໄຮ້ສາຍ, ການນໍາໃຊ້ການສື່ສານທາງດ້ານດາວທຽມ, ແສງ, ຄື້ນ; ການສ້ອມແປງອຸປະກອນການສື່ສານ ແລະ
ການສຶກສາວົງຈອນພາຍໃນຂອງລະບົບການສື່ສານ.
ວິທີການສິດສອນ
ວິທີການສິດສອນແມ່ນ
ປະກອບມີທັງພາກທິດສະດີຄຽງຄູ່ກັບການປະຕິບັດຕົວຈິງ ເຊັ່ນ:
ການທົດລອງເຄື່ອງຮັບສົ່ງສັນຍານຂອງໂທລະພາບ ແລະ ໂທລະສັບໃນຫ້ອງທົດລອງ, ການທົດລອງນໍາໃຊ້ ໂອສໂລສະໂກບ ເພື່ອເບິ່ງ ແລະ
ວັດແທກຄື້ນຄວາມຖີ່. ນອກຈາກນີ້, ຍັງໄດ້ລົງຝຶກງານຕາມສະຖານທີ່ທີ່ກ່ຽວຂ້ອງກັບສາຍການຮຽນ
ເຊັ່ນ: ຫໍຄອຍການບິນ, ສະຖານີວິທະຍຸ, ສະຖານີໂທລະພາບ ແລະ ສະຖານີດາວທຽມ ເປັນຕົ້ນ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ທາງດ້ານພາສາອັງກິດ ແລະ ວິຊາຄິດໄລ່ ເປັນຕົ້ນແມ່ນ
ວິຊາຄະນິດສາດ ແລະ ຟີຊິກສາດ. ເປັນຄົນ ມັກສຶກສາຄົ້ນຄວ້າ ແລະ ສັງເກດອຸປະກອນການສື່ສານ ຫຼື
ເຄື່ອງໄຟຟ້າຕ່າງໆ. ມີຄວາມສາມາດໃນການນຳໃຊ້ອຸປະກອນການສື່ສານ. ມີຄວາມສົນໃຈ ຮຽນຮູ້ເຖິງການປະຕິບັດງານ ຫຼື ສ່ວນປະກອບຂອງອຸປະກອບການສື່ສານ.
ຈົບແລ້ວສາມາດ
ຮູ້ເຖິງຫຼັກການຂອງລະບົບສື່ສານ ແລະ
ສາມາດນຳໃຊ້ອຸປະກອນເພື່ອໃຊ້ໃນການສື່ສານ ຫຼື
ຮັບສົ່ງສັນຍານປະເພດຕ່າງໆໄດ້ຢ່າງຄ່ອງແຄ້ວ ເຊັ່ນ: ການນຳໃຊ້ສາຍສື່ສານ, ການນໍາໃຊ້ດາວທຽມ ລວມເຖິງການສື່ສານແບບໄຮ້ສາຍ. ພ້ອມນັ້ນ, ຍັງສາມາດສ້ອມແປງອຸປະກອນການສື່ສານໄດ້ອີກດ້ວຍ.
ອາຊີບ
ເປັນນັກວິຊາການໃນຂະແໜງການການສື່ສານ ທັງພາກລັດ ແລະ ເອກະຊົນ
ເຊັ່ນ: ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ; ກະຊວງໄປສະນີ, ໂທລະຄົມມະນາຄົມ; ກະຊວງປ້ອງກັນປະເທດ, ສະຖານີດາວທຽມ, ສະຖານີວິທະຍຸ, ສະຖານີໂທລະພາບ ແລະ ເຄືອຂ່າຍສູນບໍລິການທາງດ້ານການສື່ສານເປັນຕົ້ນ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິສະວະກໍາສາດ
ວິທະຍາເຂດໂສກປ່າຫຼວງ ມະຫາວິທະຍາໄລແຫ່ງຊາດ
ບ້ານ ໂສກປ່າຫຼວງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
ຕູ້ ປ.ນ 3166 ໂທ: 021
951294 ແຟັກ:
021 314382.
ເວັບໄຊ໌
www.fe-nuol.edu.la
ແຫຼ່ງຂໍ້ມູນ: https://collegemajor.la/


