ສາຂາ ສິລະປະປັ້ນດິນເຜົາ ສະຖາບັນ ວິຈິດສິນແຫ່ງຊາດ



ສິລະປະປັ້ນດິນເຜົາ

ຫຼັກສູດ: ຊັ້ນສູງ 3 ປີ / ປະລິນຍາຕີ 5 ປີ
ສະຖາບັນ ວິຈິດສິນແຫ່ງຊາດ

ນິຍາມ ແລະ ຄວາມສຳຄັນ
ສິລະປະປັ້ນດິນ​ເຜົາ ​ໝາຍເຖິງ ກາານນໍາໃຊ້ສິລະປະເຂົ້າໃນການປັ້ນຫຼໍ່ວັດຖຸສິ່ງຂອງ ທີ່ເປັນເຄື່ອງປັ້ນດິນ​ເຜົາ ເຊິ່ງ​ຂະ​ແໜງການດັ່ງກ່າວ ແມ່ນ​ມີ​ຄວາມ​ສຳຄັນ ແລະ ​ຄຸ້ນ​ເຄີຍກັນດີໃນ​ສັງຄົມ​ລາວ ​ແຕ່​ອະດີດຈົນ​ເຖິງ​ປະຈຸ​ບັນເຊັ່ນ: ເຄື່ອງ​ເຄືອບ, ຖ້ວຍ-ຈານ, ​ໄຫ​ໃສ່​ນ້ຳ, ​ເຕົ້າດອກ​ໄມ້ ແລະ ​ໂຄມ​ໄຟ​ປະດັບ​ເປັນຕົ້ນ ເຊິ່ງມັນໄດ້ສະແດງເຖິງ ຄວາມເປັນເອກະລັກ ແລະ ອຸດົມສົມບູນທາງດ້ານສິລະປະ ແລະ ວັດທະນະທໍາຂອງສັງຄົມລາວ.

ວິຊານີ້ຮຽນກ່ຽວກັບຫຍັງ
ວິຊານີ້ຮຽນ ກ່ຽວກັບ ການນໍາໃຊ້ພື້ນຖານການປັ້ນ ບວກກັບ ແນວຄວາມຄິດສ້າງສັນ ເຂົ້າໃນການ ຜະລິດຜົນງານສິລະປະການປັ້ນດິນເຜົາ ເຊິ່ງນັກສຶກສາ ຈະໄດ້ຮຽນຮູ້ວິທີການ ແລະ ຂະບວນການ​ປັ້ນ​ດ້ວຍ​ດິນ, ການ​ເລືອກ​ສັນ​ດິນ, ການ​ອອກ​​ແບບ, ການ​ເຜົາ, ​ການເຄືອບ, ການ​ຂຶ້ນຮູບ, ການດັດແຕ່ງ, ການຂຶ້ນລວດລາຍ ແລະ ການປະກອບຊິ້ນສ່ວນ​ຂອງ​ຜະລິດ​ຕະພັນ ​ເຄື່ອງ​ປັ້ນດິນ​ເຜົາ ພ້ອມທັງຮຽນຮູ້ ກ່ຽວກັບ ທິດສະດີ ແລະ ປະຫວັດສາດ ທີ່ກ່ຽວຂ້ອງ.



ວິທີການສິດສອນ
ນັກສຶກສາ ຈະໄດ້ຮຽນທິດສະດີໃນຫ້ອງຮຽນ  ໂດຍຜ່ານການບັນຍາຍ ຈາກ​ອາຈານ​ຜູ້​ທີ່​ມີ​ຄວາມ​ຊຳນານ​ງານ​ໃນ​ການ​ຜະລິດ, ຮຽນຮູ້​ເຕັກນິກການສ້າງສັນຜົນງານ ໂດຍການວິເຄາະຕົວຢ່າງຜະລິດຕະພັນ ພ້ອມກັບຮັບຟັງຄໍາແນະນໍາຈາກຄູອາ ຈານໃນການຜະລິດ, ການນໍາໃຊ້ສູດ​ເຄມີ ສຳລັບ ການ​ເຄືອບ​ຜະລິດ​ຕະພັນເຄື່ອງ​ປັ້ນ ແລະ ​ຮຽນຮູ້ ​ວິທີ​ການ​ປັບ​ອຸນຫະ​ພູມ​ທີ່​ເໝາະສົມ​ໃນ​ການ​ເຜົາ​ຜົນງານ ເຊິ່ງທັງໝົດນີ້​ແມ່ນ​ເນັ້ນໜັກ​ພາກ​ປະຕິບັດ​ຕົວ​ຈິງ​ເປັນ​ສ່ວນ​ໃຫຍ່.

ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ດ້ານສິລະປະ ແລະ ການແຕ້ມຮູບຂັ້ນພື້ນຖານ. ເປັນຄົນ ມີຄວາມເອົາໃຈໃສ່ຕໍ່ລາຍລະອຽດ, ມີຄວາມລະອຽດອ່ອນ ແລະ ຄວາມປານີດ, ມີຄວາມອົດທົນສູງ, ມີຈິນຕະນາການ ແລະ ມີຄວາມຄິດສ້າງສັນ. ມີຄວາມສົນໃຈ ແລະ ມັກຮັກໃນວຽກງານການປັ້ນ.

ຈົບແລ້ວສາມາດ
ມີຄວາມຮູ້ທາງດ້ານສິລະປະການ​ປັ້ນດິນ​ເຜົາ​, ຮູ້ນໍາໃຊ້​ເຕັກ​ນິກ ແລະ ວິທີ​ການ​ຕ່າງໆ ເຂົ້າໃນການປັ້ນ, ມີ​ຄວາມ​ສາມາດ​ໃນ​ການ​ນຳ​ໃຊ້​ເຄມີ​ເຂົ້າໃນການເຄືອບ​ເງົາ​ຜົນງານ, ຮູ້ນໍາໃຊ້​ແນວຄວາມ​ຄິດ​ສ້າງສັນ ແລະ ຈິນຕະນາການໃໝ່ ເຂົ້າໃນການຜະລິດ ແລະ ສ້າງສັນຜົນງານ​ໃໝ່ໆອອກສູ່ສັງຄົມ.

ອາຊີບ
ເປັນຊ່າງສີມື ດ້ານການ​ປັ້ນດິນ​ເຜົາ, ​ເປີດ​ກິດຈະການ​ສ່ວນ​ຕົວ, ​ເປັນອາຈານສອນ ແລະ ຍັງສາມາດເຮັດວຽກໃນອົງກອນທີ່ກ່ຽວຂ້ອງເຊັ່ນ: ບໍລິສັດຜະລິດຕະພັນວັດທະນະທຳ, ບໍລິສັດກໍ່ສ້າງ-ອອກແບບຕົກແຕ່ງ, ຫ້ອງການພາກລັດ,ໂຮງຮຽນວິຈິດສິນ ແລະ ໂຮງຮຽນ ວິຊາຊີບຕ່າງໆ.

ທີ່ຕັ້ງ ແລະ ຕິດຕໍ່
ສະຖາບັນວິຈິດສິນແຫ່ງຊາດ
ບ້ານໂພນປ່າເປົ້າ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
ໂທ: 021 314776 ຫຼື 020 98 191918
ອີເມວ: nifalaos@ymail.com

ແຫຼ່ງຂໍ້ມູນ: https://collegemajor.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ