ສາຂາ ສິລະປະປັ້ນຫຼໍ່ ສະຖາບັນ ວິຈິດສິນແຫ່ງຊາດ
ສິລະປະປັ້ນຫຼໍ່
ຫຼັກສູດ: ຊັ້ນສູງ 3 ປີ / ປະລິນຍາຕີ 5 ປີ
ສະຖາບັນ ວິຈິດສິນແຫ່ງຊາດ
ນິຍາມ ແລະ ຄວາມສຳຄັນ
ສິລະປະປັ້ນຫຼໍ່ ຫຼື
ວິຊາປັ້ນຫຼໍ່ ເປັນຂະແໜງການໜຶ່ງຂອງສິລະປະ ທີ່ສະແດງອອກຜ່ານການປັ້ນ, ຫຼໍ່ ໃຫ້ເປັນຮູບຊົງ 3 ມິຕິ ແລະ ຕົກແຕ່ງໃຫ້ເກີດຄວາມສວຍງາມ.
ສາຂານີ້ມີຄວາມສຳຄັນ ແລະ ມີບົດບາດໃນສັງຄົມລາວ
ເພາະຈະສາມາດພົບເຫັນສິລະປະປັ້ນຫຼໍ່ ໄດ້ທົ່ວທຸກບ່ອນ ບໍ່ວ່າຈະເປັນ
ວັດວາອາຮາມ, ອານຸສອນສະຖານ, ອາຄານ ຫ້ອງການ,
ສວນສາທະລະນະ
ແລະ ອື່ນໆ ເຊິ່ງຄຸ້ນເຄີຍກັນໃນແບບຂອງ ຮູບປັ້ນພະພຸດທະຮູບ, ລວດລາຍປະດັບອາຄານ ແລະ ຮູບຫຼໍ່ອານຸສາວະລີຕ່າງໆ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ຮຽນກ່ຽວກັບ
ຄວາມຮູ້ດ້ານລັກສະນະຂອງສິລະປະປັ້ນຫຼໍ່ຊະນິດຕ່າງໆ ທັງແບບພື້ນເມືອງ ແລະ
ຮ່ວມສະໄໝ; ເຕັກນິກ ແລະ
ວິທີການໃນການປັ້ນ, ຫຼໍ່ ຮູບສິລະປະ
ແບບຕ່າງໆເຊັ່ນ: ການປັ້ນພະພຸດທະຮູບ,
ລວດລາຍປະດັບ, ວັດຖຸຕົກແຕ່ງສວນ; ການເລືອກ, ນໍາໃຊ້ ແລະ
ປະສົມວັດສະດຸເຊັ່ນ: ດິນ, ປູນ, ຊີມັງ ແລະ ວັດສະດຸອື່ນໆ
ທີ່ສາມາດນຳເອົາມາໃຊ້ໃນການປັ້ນໄດ້
ໂດຍຈະສ້າງສັນໃຫ້ມີຄຸນຄ່າເພີ່ມດ້ວຍຈິນຕະນາການ ແລະ ສີມືຂອງນາຍຊ່າງ.
ວິທີການສິດສອນ
ນັກສຶກສາຈະໄດ້ຮຽນທິດສະດີໃນຫ້ອງຮຽນ
ຈາກອາຈານຜູ້ທີ່ມີຄວາມຊຳນານງານ;
ຮຽນຮູ້ເຕັກນິກກ່ຽວກັບການປັ້ນ
ແລະ ຂຶ້ນຮູບ ໃນແບບຕ່າງໆ, ຮຽນຮູ້ການເຮັດໂຄງສ້າງພາຍໃນຂອງຮູບປັ້ນກ່ອນ.
ຫຼັງຈາກນັ້ນ ນັກສຶກສາ ກໍ່ຈະໄດ້ເລີ່ມຕົ້ນລົງມືປັ້ນຕົວຈິງ, ເວົ້າລວມ
ກໍຄືຮຽນເຕັກນິກທຸກຢ່າງທີ່ກ່ຽວຂ້ອງກັບວິຊານີ້
ໂດຍຈະເນັ້ນພາກປະຕິບັດເປັນສ່ວນໃຫຍ່ ເຊິ່ງຈະເລີ່ມທົດລອງປັ້ນຈາກ
ສິລະປະທີ່ມີຮູບຊົງແບບງ່າຍດາຍ ໄປຫາ ແບບທີ່ມີຄວາມສະຫຼັບຊັບຊ້ອນ ແລະ
ຕ້ອງການຄວາມປານີດສູງ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ
ສິລະປະດ້ານໃດໜຶ່ງຍິ່ງເປັນການດີ;
ເປັນຄົນທີ່ມີຄວາມອົດທົນສູງ
ເພາະວິຊາປັ້ນເປັນວິຊາທີໜັກ, ໃສ່ໃຈໃນລາຍລະອຽດ, ມີຄວາມລະອຽດອ່ອນໃນການໃຊ້ມື, ມີຈິນຕະນາການ ແລະ ຄວາມຄິດສ້າງສັນ; ມີຄວາມສົນໃຈ ແລະ ມັກຮັກໃນວຽກງານການປັ້ນ, ໃນການຮັກສາ ແລະ ສ້າງສາສິລະປະວັດທະນະທໍາ.
ຈົບແລ້ວສາມາດ
ມີຄວາມຮູ້ທາງດ້ານສິລະປະການປັ້ນ, ເຕັກນິກວິທີການຕ່າງໆ ທີ່ມີຄວາມສຳຄັນ ແລະ ກ່ຽວ
ຂ້ອງກັບການປັ້ນ; ມີຄວາມຄິດສ້າງສັນ, ມີຈິນຕະນາການໃໝ່ ໃນການສ້າງສັນງານປັ້ນອອກສູ່ສັງຄົມ, ມີຄວາມສາມາດໃນການຜະລິດ ແລະ ຄຸມວຽກງານກໍ່ສ້າງທາງດ້ານສິລະປະຂະໜາດໃຫຍ່ໄດ້.
ອາຊີບ
ນັກສຶກສາສາມາດເປັນຊ່າງສີມືດ້ານການປັ້ນຫຼໍ່, ເປີດກິດຈະການສ່ວນຕົວ, ເປັນອາຈານສອນ
ເຊິ່ງສາມາດເຮັດວຽກໃນອົງກອນທີ່ກ່ຽວຂ້ອງເຊັ່ນ: ບໍລິສັດ ຜະລິດຕະພັນວັດທະນະທຳ, ບໍລິສັດກໍ່ສ້າງ-ອອກແບບຕົກແຕ່ງ, ເປັນພະນັກງານລັດ,ໂຮງຮຽນວິຈິດສິນ ແລະ
ໂຮງຮຽນ ວິຊາຊີບຕ່າງໆ…
ທີ່ຕັ້ງ ແລະ ຕິດຕໍ່
ສະຖາບັນວິຈິດສິນແຫ່ງຊາດ
ບ້ານໂພນປ່າເປົ້າ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
ໂທ: 021 314776 ຫຼື 020 98 191918
ອີເມວ: nifalaos@ymail.com


