ທັນຕະແພດສາດ ຄະນະພະຍາບານສາດ, ມະຫາວິທະຍາໄລ​ວິ​ທະ​ຍາ​ສາດ​ສຸ​ຂະ​ພາບ



ທັນຕະແພດສາດ
ຫຼັກສູດ: ປະລິນຍາ​ຕີ ​6 ປີ
ຄະນະພະຍາບານສາດ, ມະຫາວິທະຍາໄລ​ວິ​ທະ​ຍາ​ສາດ​ສຸ​ຂະ​ພາບ
ນິຍາມ ແລະ ຄວາມສຳຄັນ
ທັນ​ຕະ​ແພດສາດ ​ແມ່ນ​ການສຶກສາກ່ຽວກັບ ວິຊາການດ້ານທັນຕະກຳ ເພື່ອຈຸດປະສົງໃນການບົ່ງມະຕິ, ປ້ອງ​ກັນ ​ແລະ ປິ່ນປົວ ພະຍາດ​ ຜົ້ງປາກ ​ແລະ ​ແຂ້ວ ​ລວມ​ໃບໜ້າອີກ​ດ້ວຍ. ​ຖ້າ​ຫາກ​ ອະ​ໄວ​ຍະ​ວະ​ໃນ​ຜົ້ງປາກ​​ເປັນ​ພະຍາດ​ກໍ່ຈະ​ເຮັດ​ໃຫ້​ຮ່າງກາຍ​ໄດ້​ຮັບ​ສານ​ອາຫານ​ບໍ່ພຽງພໍ ແລະ ​​ສົ່ງ​ຜົນກະທົບ​ຕໍ່​ຮ່າງກາຍ​ໄດ້​ ເຊັ່ນ: ​ແຂ້ວ​ແມງ ຖ້າ​ບໍ່​ໄດ້​ຮັບ​ການ​ປິ່ນປົວ​ ກໍ່ຈະ​​ເຮັດ​ໃຫ້​ອະ​ໄວ​ຍະ​ວະ​ໃກ້​ຄຽງ ອັກ​ເສບ ​ເປັນໜອງ ນ້ຳໜອງກໍ​ຈະ​​ໄຫຼຍ້ອຍ​ເຂົ້າປອດ ​ແລະ ຫົວ​ໃຈ ​ເຮັດ​ໃຫ້​ເປັນ​ອັນຕະລາຍ​ເຖິງ​ຊີວິດ​ໄດ້.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ ຮຽນຮູ້ກ່ຽວກັບ ພະຍາດ ແລະ ວິທີການ​ປິ່ນປົວ ​ແລະ ຮັກສາສຸຂະພາບຜົ້ງປາກ ​ແລະ ​ແຂ້ວ​ ​​ເຊັ່ນ: ການ​ບູລະນະ​ແຂ້ວ (​ແຂ້ວ​ແມງ, ​ແຂ້ວ​ບິ່ນ…), ການ​ເຮັດ​ແຂ້ວ​ທຽມ, ຜ່າ​ຕັດຜົ້ງປາກ ​ແລະ ອື່ນໆ. ນອກຈາກນີ້, ຍັງ​ຕ້ອງ​ໄດ້​ຮຽນກ່ຽວກັບ​ວິຊາ​ການ​ແພດ​ທົ່ວ​ໄປ ​​ເພື່ອ​ສ້າງ​ຄວາມ​ຮູ້ ​ແລະ ທັກ​ສະ​ທີ່​ເປັນ​ພື້ນຖານ ​ເພື່ອຊ່ວຍ​ແກ້​ໄຂ​ບັນຫາ​ກ່ຽວກັບ​ແຂ້ວ ​ເຊັ່ນ: ພະຍາດ​ພາຍ​ໃນ (ຄວາມດັນ​ເລືອດ​ສູງ) ຈະ​ເປັນ​ອັນຕະລາຍ​ ຖ້າ​ຖອນ​ແຂ້ວ​ເວລາ​ມີ​ຄວາມດັນ​ເລືອດ​ສູງ; ​ແລະ ການ​​ໃສ່ຢາ​ມຶນ​ເພື່ອ​ຖອນ​ແຂ້ວ​.



ວິທີການສິດສອນ
ເນັ້ນ​ໃສ່ການຮຽນທິດ​ສະ​ດີ​ແບບ​ບັນ​ລະ​ຍາຍ​ ໄປ​ຄວບ​ຄູ່​ກັບ​ການ​ຂຶ້ນຫ້ອງ​ທົດ​ລອງ ​ເຊິ່ງຈະ​ແບ່ງ​ເປັນ​ກຸ່ມ ໂດຍມີ​ຜູ້​ຊ່ວຍ​ອາຈານ​ເປັນ​ຜູ້​ສາທິດ ​ແລະ ນັກ​ສຶກສາ​ປະຕິບັດ​ຕາມ ​ເຊັ່ນ: ສ່ອງ​ກ້ອງ​ເບິ່ງ​ຈຸ​ລັງ​ມະ​ເຮັງ ແລະ ຝຶກ​ເຮັດ​ແຂ້ວ. ນອກນີ້ ຍັງ​ໄດ້​ລົງ​ເຝິກ​ຫັດປະຕິບັດ​ຕົງ​ຈິງ​ຢູ່ ​ຄລີນິກທັນ​ຕະກຳ ໂດຍຈະ​ໄດ້ຮັບຜິດຊອບ​ຄົນ​ເຈັບ​ຕົວ​ຈິງ, ປິ່ນປົວ​ໃຫ້​ໄດ້​ຕາມ​ກໍລະນີ​ທີ່​ກຳນົດ​ໄວ້​. ຕົວຢ່າງ: ​ເຮັດ​ແຂ້ວ​ທຽມ 5 ​ເຫຼັ້ມ, ​ໃນ​ແຕ່​ລະ​ກໍລະນີ​ຈະ​ຕ້ອງ​ໄດ້​ບັນທຶກ​ກ່ອນ ​ແລະ ຫຼັງປິ່ນປົວ ​ແລ້ວ​ຂຶ້ນນຳ​ສະ​ເໜີ.
ທັກສະ/ຄວາມສົນໃຈ
ຄວາມ​ຮູ້​ພື້ນຖານ ​ຊີວະສາດ, ​ເຄມີສາດ, ຟິຊິກ​ສາດ, ພາສາອັງກິດ ​ແລະ ພາສາຝຣັ່ງ;  ເປັນ​ຄົນ ມີມະນຸດສຳພັນດີ ແລະ ມັກ​ຊ່ວຍ​ເຫຼືອຄົນ​ອື່ນ; ມີທັກສະ ໃນການຈູງໃຈ, ມີ​ສິລະປະ, ມີ​ຄວາມ​ລະອຽດປານີດ, ມີ​ສຸຂະພາບ​ແຂງ​ແຮງ ແລະ ມີ​ສີມື​ນາຍ​ຊ່າງມີ​ຄວາມ​ສົນ​ໃຈ ​ໃນ​ການ​ຮັກສາ​ສຸຂະ​ພາບ ​ໂດຍ​ສະ​ເພາະ​ແມ່ນ​ສຸຂະພາບ​ຜົ້ງ​ປາກ.
ຈົບແລ້ວສາມາດ
ສາມາດ​ໃຫ້​ການບໍລິການ​ປິ່ນປົວ​ສຸຂະພາບ​ຜົ້ງປາກ​ເຊັ່ນ: ອັດ​ແຂ້ວ, ຖອນ​ແຂ້ວ, ​ເຮັດ​ແຂ້ວ​ທຽມ​ ແລະ ດັດ​ແຂ້ວ ​ແບບ​ງ່າຍ ດາຍ; ປິ່ນປົວ​ບາດ​ແຜ​ບໍລິ​ເວນ​ເຍື່ອ​ເມືອກ​ຜົ້ງປາກ; ຖ່າຍ​ພາບ​ລັງສີ​ບໍລິ​ເວນ​ໃບໜ້າ ແລະ ​ອ່ານ​ຜົນ​ໄດ້​ເອງ​ບາງ​ກໍລະນີ​ເປັນຕົ້ນ ແມ່ນກ້ອນ​ເບົ້າຮາກ​ແຂ້ວ, ຮາກ​ແຂ້ວ​ຫັກ; ສາມາດ​ໂຄສະນາ​ອົບຮົມ​ໃຫ້​ແກ່​ປະຊາຊົນ​ກ່ຽວກັບ​ສຸຂະພາບ​ຜົ້ງປາກ ​ແລະ ​ແຂ້ວ​.
ອາຊີບ
ເປັນທັນຕະແພດ ແລະ ເປັນນັກວິຊາການ​ທາງ​ດ້ານ​ທັນ​ຕະກຳ​ທົ່ວ​ໄປ ທັງໃນພາກສ່ວນລັດ ແລະ ເອກະຊົນເຊັ່ນ: ຢູ່​ໂຮງໝໍ ຂັ້ນສູງກາງຈົນເຖິງທ້ອງຖິ່ນ, ເປີດ ​ແລະ ເຮັດວຽກ ນໍາ ຄລີນິກປົວ​ແຂ້ວ; ເຮັດ​ວຽກ​ນຳໂຄງການສາກົນທີ່ກ່ຽວຂ້ອງ; ​ແລະ ​ເປັນ​ອາຈານ​ສອນ ຢູ່​ມະຫາວິ​ທະ​ຍາ​ໄລວິທະຍາສາດ​ສຸຂະພາບ ຫຼື ວິທະຍາ​ໄລ​ສາທາລະນະ​ສຸກ​ແຫ່ງ​ຕ່າງໆທົ່ວ​ ສປປລາວ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລວິທະຍາສາດ ສຸຂະພາບ
ວິທະຍາເຂດ ເພຍວັດ
ຖະໜົນ ສາມແສນໄທ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ. ຕູ້ ປ.ນ 7444
ໂທ: 021 222883, ແຟັກ 021 2140 55
ອີເມວ: contact@uhs.edu.la.
ເວັບໄຊ໌ www.uhs.edu.la

ແຫຼ່ງຂໍ້ມູນ: https://collegemajor.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ