ສາຂາ ວິສະວະກຳກົນຈັກ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ
ວິສະວະກຳ ກົນຈັກ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິສະວະກຳສາດ
ມະຫາວິທະຍາໄລແຫ່ງຊາດ
ນິຍາມ ແລະ ຄວາມສຳຄັນ
ວິສະວະກຳກົນຈັກໝາຍເຖິງວຽກງານການຄຸ້ມຄອງ-ວາງແຜນ
ການຜະລິດໃນວຽກງານກົນຈັກ. ໃນນັ້ນການອອກແບບກົນຈັກ, ເຕັກໂນໂລຊີພະລັງງານ ແລະ ວັດສະດຸ ແມ່ນວຽກງານໜຶ່ງທີ່ສຳຄັນທີ່ເຮັດໃຫ້ການຜະລິດສິນຄ້າມີຄຸນະພາບນັບຕັ້ງແຕ່ຫົວໜ່ວຍການຜະລິດພື້ນຖານຈົນເຖິງລະດັບໂຮງງານກົນຈັກທັນສະໄໝ
ເຊິ່ງສະແດງໃຫ້ເຫັນວ່ານັກວິຊາການທາງດ້ານການຄຸ້ມຄອງ-ບໍລິຫານ ແລະ
ການວາງແຜນການຜະລິດໃນວຽກງານກົນຈັກໃນລະດັບຕ່າງໆ ໃນຂອບເຂດທົ່ວປະເທດຍັງມີຄວາມຕ້ອງການສູງ.
ວິຊານີ້ຮຽນກ່ຽວກັບຫຍັງ
ວິຊານີ້ຮຽນຮູ້ກ່ຽວກັບການຄຸ້ມຄອງບໍລິຫານກົນຈັກ, ເຕັກໂນໂລຊີ
ພະລັງງານທົດແທນຕະຫຼອດເຖິງການຄິດຄົ້ນອອກແບບເຄື່ອງກົນຈັກປະເພດຕ່າງໆເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມເຊັ່ນ:
ເຄື່ອງຈັກຕັດຫຍ້າ, ຈັກສູບນ້ຳ, ເຄື່ອງສ້າງພະລັງງານໄຟຟ້າ ແລະ ອື່ນໆ. ນອກຈາກນີ້
ນັກສຶກສາຍັງຈະໄດ້ຮູ້ຈັກ ການອອກແບບນຳໃຊ້ພະລັງງານໃຫ້ເກີດປະໂຫຍດ, ຮຽນຮູ້ກ່ຽວກັບການນຳໃຊ້ວັດສະດຸເຂົ້າໃນການຜະລິດ ແລະ
ການກໍ່ສ້າງ ຕະຫຼອດເຖິງ ການຮຽນຮູ້ ວິທີສ້າງ ພະລັງງານທົດແທນ.
ວິທີການສິດສອນ
ຮູບແບບການຮຽນຂອງສາຂາວິສະວະກຳກົນຈັກ
ແມ່ນນັກສຶກສາຈະໄດ້ຮຽນທິດສະດີ30%ແລະມີການລົງຕົວຈິງໃນຫ້ອງທົດລອງເພື່ອທົດລອງສຶກສາກ່ຽວກັບວັດສະດຸການຜະລິດ
ແລະ ອຸດສາຫະກຳເຊັ່ນ: ການສັງເກດການປ່ຽນຮູບໂລຫະ (ເຜົາ, ຕັດ, ຊ່ຽນ),ເຊື່ອມຕໍ່ວັດຖຸເພື່ອໃຫ້ມີຄວາມເຂົ້າໃຈເລິກເຊິ່ງຕໍ່ກັບຄຸນນະພາບຂອງວັດສະດຸກ່ອນທີ່ຈະນຳເຂົ້າໃຊ້ໃນຂັ້ນຕອນການຜະລິດ.ນອກຈາກນັ້ນນັກສຶກສາຍັງຈະໄດ້ລົງຝຶກງານໃນໂຮງງານຫຼອມໂລຫະ,ໂຮງງານອຸດສາຫະກຳຕ່າງໆເພື່ອໃຫ້ຮູ້ຈັກກັບການຜະລິດໂຕຈິງ.
ທັກສະ/ຄວາມສົນໃຈ
ມີຄວາມຮູ້ພື້ນຖານດ້ານວິຊາທຳມະຊາດເຊັ່ນ:ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ. ຕ້ອງເປັນຄົນມີຄວາມກະຕືລືລົ້ນ, ຊອກຮູ້ອັນໃໝ່ຕະຫຼອດເວລາ,ເປັນຄົນມັກຄິດແລະມັກສັງເກດໂດຍສະເພາະແມ່ນວຽກງານທີ່ຕິດພັນກັບກົນໄກການເຮັດວຽກຂອງເຄື່ອງຈັກຕ່າງໆ, ມີຄວາມອົດທົນ ແລະ ມີແນວຄິດສ້າງສັນ ແລະ
ມີຄວາມສົນໃຈໃນນະວັດຕະກໍາຕ່າງໆ.
ຈົບແລ້ວສາມາດ
ມີຄວາມສາມາດໃນການອອກແບບເຄື່ອງກົນຈັກເປັນຫຼັກ, ເຂົ້າໃຈກົນໄກ ແລະ ການນໍາໃຊ້ກົນຈັກປະເພດຕ່າງໆ, ຮູ້ຈັກວິທີການຜະລິດ,ຮູ້ຈັກການອອກແບບການນຳໃຊ້ພະລັງງານໃຫ້ເປັນປະໂຫຍດ,ຮູ້ຈັກນຳໃຊ້ສິ່ງເສດເຫຼືອມາສ້າງເປັນພະລັງງານທົດແທນຕະຫຼອດເຖິງການຄວບຄຸມເຄື່ອງກົນຈັກ, ມີທັກສະການບໍາລຸງຮັກສາ ແລະ ສ້ອມແປງກົນຈັກ.
ອາຊີບ
ສາມາດເປັນນັກວິສະວະກອນຄວບຄຸມການຜະລິດໃນໂຮງງານອຸດສາຫະກຳໃນທຸກຂະແໜງການ, ນັບຕັ້ງແຕ່ອຸດສາຫະກຳເບົາ (ເຄື່ອງນຸ່ງ, ອາຫານ) ຈົນເຖິງອຸດສາຫະກຳໜັກ (ລົດ, ໂຮງງານເບຍ) ນອກຈາກນັ້ນຍັງສາມາດເປັນນັກວິຊາການ ແລະ
ຜູ້ຄວບຄຸມບູລະນະຮັກສາເຄື່ອງຈັກຢູ່ຕາມບໍລິສັດເຂື່ອນໄຟຟ້າ ແລະ ໂຮງຈັກໂຮງງານທຸກປະເພດ
ຫຼືເປັນອາຈານສອນກໍ່ໄດ້.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິສະວະກໍາສາດ
ວິທະຍາເຂດໂສກປ່າຫຼວງ ມະຫາວິທະຍາໄລແຫ່ງຊາດ
ບ້ານ ໂສກປ່າຫຼວງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
ຕູ້ ປ.ນ 3166 ໂທ: 021
951294 ແຟັກ:
021 314382.
ເວັບໄຊ໌
www.fe-nuol.edu.la


