ສາຂາ ບໍລິຫານທຸລະກິດ ວິທະຍາໄລສຸດສະກະ
ບໍລິຫານທຸລະກິດ
ຫຼັກສູດ: ຊັ້ນສູງ 3 ປີ
ວິທະຍາໄລສຸດສະກະ
ນິຍາມ
ແລະ ຄວາມສຳຄັນ
ບໍລິຫານທຸລະກິດ ໝາຍເຖິງ ຄວາມຮູ້,
ເຕັກນິກ, ທິດສະດີ ແລະ ວິທີການຕ່າງໆ
ທີ່ກ່ຽວຂ້ອງກັບການບໍລິຫານທຸລະກິດ. ການປະກອບທຸລະກິດ ນອກຈາກຈະສ້າງລາຍໄດ້ໃຫ້ຜູ້ປະກອບການແລ້ວ
ຍັງສ້າງວຽກເຮັດງານທໍາ ແລະ ສ້າງຄວາມເຂັ້ມແຂງໃຫ້ເສດຖະກິດ.
ເຈົ້າຂອງທຸລະກິດ ຫຼື
ຜູ້ບໍລິຫານຈໍາເປັນຕ້ອງມີຄວາມຮູ້ໃນດ້ານຕ່າງໆທີ່ສາມາດເຮັດໃຫ້ທຸລະກິດດໍາເນີນໄປຢ່າງເປັນລະບົບ, ສາມາດສ້າງກໍາໄລ, ນໍາໃຊ້ຊັບພະຍາກອນຢ່າງມີປະສິດທິພາບ ແລະ
ຍັງມີຄວາມສາມາດໃນການແຂ່ງຂັນ.
ວິຊານີ້ຮຽນກ່ຽວກັບຫຍັງ
ແລະ ບັນຊີວິສາຫະກິດ, ພື້ນຖານທາງດ້ານການເງິນ
ແລະ ການທະນາຄານ, ການບໍລິຫານບຸກຄະລາກອນ
ແລະ ຄຸ້ມຄອງຫ້ອງການ, ການບໍລິຫານການຕະຫຼາດ.
ນອກນີ້ ຍັງຮຽນກ່ຽວກັບ ການເລີ່ມຕົ້ນ ແລະ ປະກອບທຸລະກິດ, ກົດໝາຍທຸລະກິດ,
ພື້ນຖານດ້ານເສດຖະສາດ, ພາສາອັງກິດສໍາລັບທຸລະກິດ ແລະ
ການບໍລິຫານການຈັດສົ່ງສິນຄ້າ ເປັນຕົ້ນ.
ວິທີການສິດສອນ
ການສິດສອນ ລວມມີທັງການບັນຍາຍທາງທິດສະດີ ແລະ ລົງມືປະຕິບັດຕົວຈິງ.
ມີການນໍາໃຊ້ ການຮຽນ-ການສອນ ຫຼາຍ ຮູບແບບ
ເພື່ອໃຫ້ນັກສຶກສາເຂົ້າໃຈເຖິງເນື້ອໃນຢ່າງເລິກເຊິ່ງ ຜ່ານການສົນທະນາ, ການເຮັດບົດລາຍງານ, ການນໍາສະເໜີ, ວິເຄາະ
ບັນດາກໍລະນີສຶກສາດ້ານທຸລະກິດຕົວຈິງ.
ມີການລົງຝຶກງານເພື່ອສຶກສາວຽກງານບໍລິຫານຫ້ອງການ ແລະ ສຶກສາການດໍາເນີນງານຂອງທຸລະກິດໃດໜຶ່ງ
ໃນຫ້ອງການ ແລະ ບໍລິສັດທີ່ກ່ຽວຂ້ອງ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ຄະນິດສາດ ແລະ ພາສາຕ່າງປະເທດຍິ່ງເປັນການດີ; ເປັນຄົນ ທີ່ມັກສັງເກດ, ມັກການບໍລິຫານຈັດການ, ມັກຄວາມສ່ຽງ ແລະ
ມີຄວາມເປັນຜູ້ນໍາ; ມີທັກສະ
ໃນການສື່ສານ, ການແກ້ໄຂບັນຫາສະເພາະໜ້າ
ແລະ ມີມະນຸດສໍາພັນດີ; ມີຄວາມມັກໃນການດໍາເນີນທຸລະກິດ, ຄ້າຂາຍ ແລະ ຢາກມີທຸລະກິດເປັນຂອງຕົນເອງ ຫຼື
ສືບທອດທຸລະກິດຄອບຄົວ.
ຈົບແລ້ວສາມາດ
ມີຄວາມຮູ້ ແລະ ທັກສະ ພື້ນຖານໃນການຕັ້ງຕົ້ນ ແລະ ປະກອບທຸລະກິດ; ມີຄວາມຮູ້ ແລະ ທັກສະພື້ນຖານດ້ານການລົງບັນຊີ, ການບໍລິຫານຊັບພະຍາກອນມະນຸດ, ການຈັດຫ້ອງການ,
ການບໍລິຫານການຕະຫຼາດ; ຄວາມຮູ້ກ່ຽວກັບກົນໄກຂອງທະນາຄານ, ການຄິດໄລ່ທາງການເງິນ ແລະ
ແຫຼ່ງເງິນທຶນສໍາລັບທຸລະກິດ; ແລະ
ທັກສະພາສາອັງກິດສໍາລັບທຸລະກິດ.
ອາຊີບ
ນັກສຶກສາທີ່ຈົບຈາກສາຂານີ້ ສາມາດປະກອບອາຊີບ ທັງພາກລັດ ແລະ
ໃນຂະແໜງທຸລະກິດຕ່າງໆ ເປັນຕົ້ນແມ່ນທາງດ້ານການວາງແຜນ, ການບໍລິຫານບຸກຄະລາກອນ.
ສາມາດເຮັດວຽກທີ່ກ່ຽວຂ້ອງກັບຂະແໜງການເງິນ, ການຕະຫຼາດ ແລະ ການບັນຊີ. ນັກສຶກສາຍັງສາມາດ ປະກອບທຸລະກິດ ແລະ
ບໍລິຫານທຸລະກິດຂອງຕົນເອງ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລສຸດສະກະ ເພື່ອການບໍລິຫານ ແລະ ເຕັກໂນໂລຊີ
ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ. ໂທ: 021 261140


