ສາຂາ ເສດຖະເສດປ່າໄມ້ ແລະ ເຕັກໂນໂລຊີປຸງແຕ່ງໄມ້ ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດລາວ
ເສດຖະເສດປ່າໄມ້ ແລະ ເຕັກໂນໂລຊີປຸງແຕ່ງໄມ້
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິທະຍາສາດປ່າໄມ້
ມະຫາວິທະຍາໄລ ແຫ່ງຊາດລາວ
ນິຍາມ
ແລະ ຄວາມສຳຄັນ
ເສດຖະສາດປ່າໄມ້ ໝາຍເຖິງການສຶກສາກ່ຽວກັບການຜະລິດ, ການແບ່ງປັນ,
ການແລກປ່ຽນ, ແລະ ການບໍລິໂພກສິນຄ້າ ແລະ ການບໍລິການປ່າໄມ້ ເປັນຕົ້ນແມ່ນ
ການວິເຄາະເສດຖະກິດການລົງທຶນໃນຂະແໜງປ່າໄມ້, ການຄຸ້ມຄອງທຸລະກິດ, ການຕະຫຼາດດ້ານປ່າໄມ້, ການຕະຫຼາດກາກບອນ ແລະ ລະບົບການຊື້ຂາຍ.
ເຕັກໂນໂລຊີປຸງແຕ່ງໄມ້ໝາຍເຖິງການນຳໃຊ້ເຕັກໂນໂລຊີ ຫຼື ວິທີການໃໝ່ໆ
ເຂົ້າໃນການປຸງແຕ່ງຜະລິດຕະພັນໄມ້
ເພື່ອການນຳໃຊ້ວັດຖຸດິບໄມ້ຢ່າງມີປະສິດທິພາບ ແລະ ຍືນຍົງ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂາວິຊານີ້ຮຽນກ່ຽວກັບຄວາມຮູ້ພື້ນຖານດ້ານປ່າໄມ້ ແລະ ສິ່ງແວດລ້ອມ ແລະ
ຈະໄດ້ລົງເລິກວິຊາສະເພາະທາງດ້ານ ເສດຖະສາດປ່າໄມ້ ແລະ
ເຕັກໂນໂລຊີປຸງແຕ່ງໄມ້ເຊັ່ນ: ທຸລະກິດປ່າໄມ້, ການຕະຫຼາດຜະລິດຕະພັນໄມ້, ການປະເມີນເສດຖະກິດຊັບພະຍາກອນປ່າໄມ້, ການວິເຄາະການລົງທຶນຂອງໂຄງການປ່າໄມ້, ການອອກແບບຜະລິດຕະພັນໄມ້, ຂະບວນການຜະລິດ,
ເຄື່ອງຈັກທີ່ໃຊ້ໃນການປຸງແຕ່ງໄມ້, ປະເພດ ແລະ ຄຸນສົມບັດຂອງໄມ້ ແລະ ການຮັກສາເນື້ອໄມ້.
ວິທີການສິດສອນ
ນັກສຶກສາຈະໄດ້ຮຽນກ່ຽວກັບທິດສະດີໂດຍຜ່ານການບັນລະຍາຍ ແລະ ສໍາມະນາ. ນອກຈາກນັ້ນ
ຍັງຈະໄດ້ລົງປະຕິບັດຕົວຈິງໃນການດໍາເນີນການສຶກສາຄົ້ນຄວ້າ ແລະ
ຂຽນບົດລາຍງານດ້ວຍຕົວເອງຕາມຫົວຂໍ້ວິຊາການທີ່ກ່ຽວຂ້ອງ
ພ້ອມທັງທົດລອງພາກປະຕິບັດໃນຫ້ອງທົດລອງໄມ້, ທັດສະນະສຶກສາ ແລະ ຝຶກງານຕາມໂຮງງານປຸງແຕ່ງໄມ້, ປ່າທົດລອງ (ຢູ່ເມືອງສັງທອງ) ແລະ
ສະຖານີຄົ້ນຄວ້າປ່າໄມ້ຂອງກະຊວງກະສິກໍາ ແລະ ປ່າໄມ້ ເປັນຕົ້ນ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ດ້ານຄະນິດສາດ, ຊີວະສາດ, ຟີຊິກສາດ ແລະ ພືດສາດ. ມີຄວາມສົນໃຈໃນການສຶກສາກ່ຽວກັບໄມ້ ແລະ ໂຄງສ້າງຂອງເນື້ອໄມ້ຊະນິດຕ່າງໆ, ການປຸງແຕ່ງຜະລິດຕະພັນ ໂດຍສະເພາະແມ່ນຜະລິດຕະພັນໄມ້, ການລົງທຶນ ແລະ ການຕະຫຼາດຂອງຂະແໜງການປຸງແຕ່ງ ແລະ
ປ່າໄມ້. ເປັນຄົນມີ ຫົວຄິດປະດິດສ້າງ ແລະ
ມີຄວາມອົດທົນສູງ.
ຈົບແລ້ວສາມາດ
ສາມາດວິໄຈ ແລະ ພິສູດເນື້ອໄມ້ແຕ່ລະຊະນິດ, ອອກແບບ ແລະ ປຸງແຕ່ງຜະລິດຕະພັນໄມ້, ຄວບຄຸມຄຸນນະພາບການຜະລິດອຸດສາຫະກຳໄມ້; ສາມາດເຮັດການວິເຄາະທາງດ້ານເສດຖະເສດ, ການລົງທຶນໃນຂະແໜງປ່າໄມ້ ແລະ
ຕະຫຼາດຜະລິດຕະພັນໄມ້, ຮູ້ວິທີການນໍາໃຊ້ເຄື່ອງຈັກເຂົ້າໃນການ
ຂຸດຄົ້ນໄມ້ ແລະ ປຸງແຕ່ງຜະລິດຕະພັນໄມ້,
ຮູ້ວິທີການປຸງແຕ່ງຜະລິດຕະພັນໄມ້
ເປັນຕົ້ນແມ່ນ ໄມ້ແປຮູບ, ເຟີນິເຈີໄມ້, ໄມ້ປະກອບ,
ເຈ້ຍ
ແລະ ການອົບໄມ້.
ອາຊີບ
ເປັນນັກວິຊາການຢູ່ອົງການພາກລັດ ແລະ ເອກະຊົນເຊັ່ນ: ກະຊວງອຸດສາຫະກຳ
ແລະ ການຄ້າ, ກະຊວງກະສິກຳ ແລະ
ປ່າໄມ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫຼື
ໂຮງງານປຸງແຕ່ງຜະລິດຕະພັນໄມ້ເອກະຊົນ;
ເປັນນັກວິສະວະກອນໃນບໍລິສັດການຄ້າ
ຫຼື ບໍລິສັດທີ່ປຶກສາ ທາງດ້ານປຸງແຕ່ງໄມ້ ຫຼື
ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິທະຍາສາດປ່າໄມ້
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 778013
ເວັບໄຊ www.fof.nuol.edu.la


