ສາຂາ ຟິຊິກສາດທົ່ວໄປ ຄະນະ ວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດລາວ



ຟິຊິກສາດທົ່ວໄປ

ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະ ວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດລາວ

ນິຍາມ ແລະ ຄວາມສຳຄັນ
ຟິຊິກ​ສາດ ໝາຍ​ເຖິງ​ວິທະຍາສາດທີ່​ສຶກສາຄົ້ນຄວ້າ​ເຖິງ​ປະກົດ​ການ​ທໍາ​ມະ​ຊາດ. ​ ຟິຊິກ​ສາດ ມີ​ບົດບາດ​ສໍາຄັນຫຼາຍ​ໃນ​ຊີວິດ​ຂອງ​ຄົນ​ເຮົາ ​​ເນື່ອງ​ຈາກ​ມັນ​ສາມາດ​ອະທິບາຍ, ແກ້​ໄຂ​ບັນຫາ ​ຢ່າງ​ມີ​ເຫດຜົນ​ແບບ​ວິທະຍາສາດ, ສາມາດ​ໝູນ​ໃຊ້​ໄດ້​ໃນ​ວຽກງານຕົວຈິງ ​ແລະ ຍັງ​ເປັນ​ພື້ນຖານ​ທາງ​ວິທະຍາສາດໃຫ້​ແກ່ຄວາມ​ກ້າວໜ້າທາງເຕັກ​ໂນ​ໂລ​ຊີ​​ໃນ​ຫຼາຍໆຂະ​ແໜງການ​ເຊັ່ນ: ການ​ຜະລິດ​ພະລັງງານ, ກະ​ແສ​ໄຟຟ້າ, ​ແສງເລ​ເຊີ, ​ການ​ອອກ​ແບບ​ໂຄງ​ລ່າງ​ພື້ນຖານ ​ແລະ ອື່ນໆ.

ວິຊານີ້ຮຽນກ່ຽວກັບຫຍັງ
ສຶກສາ ແລະ ຄົ້ນຄວ້າເຖິງປະກົດການ ແລະ ຫຼັກເກນທາງຟິຊິກສາດໃນທຳມະຊາດ, ​ຜົນ​ກະທົບ​ຂອງ​ປະກົດ​ການ​ດັ່ງກ່າວ ລວມທັງ​ວິທີ​ການ​ທີ່​ຈະ​ໃຊ້​ປະ​ໂຫຍ​ດຈາກ​ປະກົດ​ການ​ເຫຼົ່ານັ້ນ; ​ເປັນ​ຕົ້ນ​ແມ່ນ ໄຟຟ້າ, ​ອີ​ເລັກ​ໂຕນິກ, ກົນ​ລະ​ສາດ, ວັດຖຸ​ແຂງ, ຄວາມ​ຮ້ອນ, ແສງສະຫວ່າງ, ພະລັງງານຟີຊິກ ​ແລະ ທໍລະນີສາດ; ສຶກສາຄວາມ​ຮູ້ພື້ນຖານ​​ດ້ານ​ເຄມີ​ສາດ, ການສຳຫຼວດດ້ານຄື້ນສັ່ນສະເທືອນ, ການ​ສໍາ​ຫຼວດທໍລະນີ​ໄຟຟ້າ ​ແລະ ການ​ນໍາ​ໃຊ້​ໂປຣ​ແກ​ຣມຄອມ​ພິວ​ເຕີ​ສໍາລັບ​ຟິຊິກ​ສາດ.



ວິທີການສິດສອນ
ປະກອບມີການຮຽນທິດສະດີໃນຫ້ອງຮຽນ ແລ້ວນຳໃຊ້ສິ່ງທີ່ຮຽນມາ ເຂົ້າໃນການປະຕິບັດຕົວຈິງໃນຫ້ອງທົດລອງ ​ເຊັ່ນ: ການທົດລອງກ່ຽວກັບກົດເກນການເຄື່ອນທີ່ຂອງນິວເຕິນ ອຸນຫະພູມ ​ແລະ ຄວາມ​ຮ້ອນ, ​ແຮງ​ງານ ​ແລະ ພະລັງງານ ​ແລະ ການນຳໃຊ້ໂປຣແກຣມຄອມພິວເຕີເຂົ້າຊ່ວຍໃນການຄິດໄລ່; ມີ​ການ​ຂຽນບົດ​ລາຍ​ງານ​ກ່ຽວກັບ​ບັນຫາ​ທາງ​ຟິຊິກ​ສາດ ​ແລະ ນໍາ​ສະ​ເໜີ; ​ແລະ ມີການລົງຝຶກງານໃນຂະແໜງການທີ່ກ່ຽວຂ້ອງ.

ທັກສະ/ຄວາມສົນໃຈ
ມີຄວາມຮູ້ພື້ນຖານ ທາງດ້ານຟິຊິກສາດ, ເຄມີສາດ, ຄະນິດສາດ, ພາສາອັງກິດ ​ແລະ ຄອມ​ພິວ​ເຕີ​ພື້ນຖານເປັນຄົນ ຊ່າງສັງ​ເກດ, ຊ່າງຈິນຕະນາການ, ຄິດໄລ່ໄວ, ຈື່ຈຳສູດໄດ້ດີ, ມັກຄົ້ນຄວ້າ ແລະ ທົດລອງຕົວຈິງທີ່ກ່ຽວກັບຟິຊິກມີທັກ​ສະ ​ໃນ​ການ​ແກ້​ໄຂ​ບັນຫາ,​ ​ຊັ່ງຊາ​ເຫດ ​ແລະ ຜົນ; ​ແລະ ມີຄວາມສົນໃຈ ກ່ຽວກັບວິທະຍາສາດ​.

ຈົບແລ້ວສາມາດ
ສາມາດຄິດໄລ່ ແລະ ນໍາ​ໃຊ້ທິດສະດີທາງຟິຊີກສາດ; ດໍາເນີນການທົດລອງທາງຟິຊິກສາດ ​ແລະ ນໍາໃຊ້ເຄື່ອງມືໃນ ການທົດລອງ, ​ນໍາ​ໃຊ້ໂປຣ​ແກຣມຄອມ​ພິວ​ເຕີສໍາລັບ​ການ​ຄິດ​ໄລ່​; ມີທັກ​ສະ​ໃນການວິ​ໄຈປະກົດການທາງຟິຊິກສາດ ​ແລະ ​ວິເຄາະ-ວິໄຈດ້ານວິທະຍາສາດ ເພື່ອຊ່ວຍເຂົ້າ​ໃນ​ວຽກງານຂົງ​ເຂດ​ອຸດ​ສາຫະ​ກໍາ, ສິ່ງແວດລ້ອມ, ​​ໄຟ​ຟ້າ ​ແລະ ວິສະວະ​ກໍາ.

ອາຊີບ
ເປັນ​ນັກ​ຟິຊິກ​ສາດ, ພະນັກງານເຕັກນິກ​ ​ແລະ ນັກຄົ້ນຄວ້າວິໄຈທີ່​ກ່ຽວຂ້ອງ​ກັບປະ​ກົດ​ການ​ທາງ​ຟິຊິກ​ສາດ ທັງ​ໃນ​ພາກ​ລັດ ​ແລະ ເອກະຊົນ ​ເຊັ່ນ: ກະຊວງວິທະຍາສາດ ​ແລະ ເຕັກ​ໂນ​ໂລ​ຊີ, ໜ່ວຍງານກວດ​ສອບ​ວັດແທກ, ທໍລະນີ​ສາດ, ອຸຕຸນິຍົມ, ​ໄຟ​ຟ້າ, ການ​ຜະລິດ​ອຸປະກອນໄຟຟ້າ ແລະ ອີເລັກໂຕນິກ, ຂະ​ບວນການ​ຄວບ​ຄຸມ​ການຜະລິດ ແລະ ໂຮງງານອຸດ​ສາ​ຫະກໍາ.

ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິທະຍາສາດ ທໍາມະຊາດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770173
ເວັບໄຊ໌ www.fos.nuol.edu.la

ແຫຼ່ງຂໍ້ມູນ: https://collegemajor.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ