ສາຂາ ສ້າງຄູການເມືອງ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ





ສ້າງຄູການເມືອງ

ຫຼັກສູດ ປະລິນຍາຕີ 4 ປີ
ຄະນະສຶກສາສາດ
ມະຫາວິທະຍາໄລແຫ່ງຊາດລາວ

ນິຍາມ ແລະ ຄວາມສຳຄັນ

ສາຂາສ້າງຄູການເມືອງ ເປັນສາຂາທີ່ວ່າດ້ວຍການສ້າງບຸກຄະລາກອນຄູວິຊາສຶກສາພົນລະເມືອງໃນຊັ້ນມັດທະຍົມຕອນປາຍ ຫຼື ວິຊາການເມືອງໃນໂຮງຮຽນວິຊາຊີບຕ່າງໆ. ສາຂານີ້ມີຄວາມສຳຄັນ ເພາະ​ວ່າ​ປັດ​ຈຸ​ບັນ​ທຸກໆ​ຂະ​ແຫນງວິ​ຊາ​ຮຽນ​ຈຳ​ເປັນ​ຕ້ອງ​ໄດ້​ຮຽນ​ວິ​ຊາພື້ນ​ຖານ​ການ​ເມືອງ​ເພື່ອ​ເປັນ​ຄວາມ​ຮູ້​ທົ່ວ​ໄປ. ​ນອກຈາກນີ້ ໃນປັດ​ຈຸ​ບັນ​​ບຸກ​ຄະ​ລາ​ກອນ​ຄູ​ທີ່​ຈະ​ມາ​ສອນ​ດ້ານ​ນີ້​ຍັງ​ເປັນ​ທີ່ຕ້ອງການຫລາຍ ອີກທັງການເປັນຄູການເມືອງຫມາຍເຖິງການເປັນຜູ້ເຜີຍແຜ່ນະໂຍບາຍຂອງພັກລັດນຳ​ອີກ.

ວິຊານີ້ຮຽນກ່ຽວກັບຫຍັງ

ສາຂາວິ​ຊາ​ນີ້​​ຮຽນ​ກ່ຽວ​ກັບ​ການ​ເມືອງໃນ ສ​ປ​ປ ​ລາວ  ໃນນັ້ນກວມເອົາ ​ປະ​ຫວັດ​ສາດ​ພັກ, ການ​ສ້າງ​ຕັ້ງ​ພັກ, ນະ​ໂຍ​ບາຍ​ຂອງ​ພັກ​ ແລະ ລັດ, ປັດຊະຍາ ແລະ ທິດສະດີມາກເລນິນ ເປັນຕົ້ນ. ນອກນີ້, ນັກສຶກສາຍັງຈະໄດ້ຮຽນຮູ້ຫຼັກການສິດສອນ, ການວິເຄາະຫຼັກສູດເພື່ອໃຫ້ສາມາດແຕ່ງບົດສອນ ແລະ ກະກຽມບົດສອບເສັງໃຫ້ກົງກັບຫຼັກສູດ, ຫລັກຈັນຍາບັນຂອງການເປັນຄູສອນ, ການສ້າງແຮງບັນດານໃຈ ແລະ ການຊຸກຍູ້ສົ່ງເສີມໃຫ້ນັກຮຽນມີສ່ວນຮ່ວມໃນຫ້ອງຮຽນ.



ວິທີການສິດສອນ

ວິທີການສິດສອນສ່ວນໃຫຍ່ແມ່ນຈະເນັ້ນໃສ່ການຮຽນ​ທາງ​ດ້ານ​ທິດ​ສະ​ດີ​ ໂດຍ​ອາ​ຈານ​ຈະ​ມອບໝາຍ​ໃຫ້​ນັກ​ສຶກ​ສາ​ຄົ້ນ​ຄ​ວ້າ​ກ່ຽວ​ກັບ​ບັນ​ດາ​ທິດ​ສະ​ດີ​ການ​ເມືອງ​ທັງ​ໃນ​ອະ​ດີດ ​ແລະ ​ປັດ​ຈຸ​ບັນ​, ທັງ​ພາຍ​ໃນ ​ແລະ ​ຕ່າງ​ປະ​ເທດ​ ເພື່ອ​ນຳ​ມາ​ວິ​ເຄາະ​ ແລະ ​ຂຽນບົດລາຍງານຕາມລາຍວິຊາ. ນອກຈາກນັ້ນ, ນັກສຶກສາຍັງຈະໄດ້ຮຽນຮູ້ວິທີການແຕ່ງບົດສອນ ແລະ ລົງຝຶກຫັດການສອນຕົວຈິງຢູ່ຕາມໂຮງຮຽນມັດທະຍົມຕ່າງໆ ພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ.

ທັກສະ/ຄວາມສົນໃຈ

ນັກຮຽນຄວນມີຄວາມຮູ້ພື້ນຖານວິຊາປະ​ຫວັດ​ສາດ, ສຶກ​ສາ​ພົນ​ລະ​ເມືອງ ແລະ ວິຊາ​ພາ​ສາ​ລາວ​. ເປັນຄົນມັກຮັກໃນການສິດສອນ, ມີຄວາມອົດທົນ ແລະ ມີອັດທະຍາໄສດີ. ຄວນມີຄວາມສົນໃຈໃນວຽກ​ງານ​ພັກ​ລັດ, ສະ​ຖາ​ນະ​ການ​ການ​ເມືອງ, ​ມັກ​ຕິດ​ຕາມ​ຂໍ້​ມູນ​ຂ່າວ​ສານ ແລະ ຫ້າວຫັນໃນການຮ່ຳຮຽນຫາຄວາມຮູ້ໃໝ່ໆ.

ຈົບແລ້ວສາມາດ

ນັກສຶກສາຈະມີ​ຄວາມ​ຮູ້​ກ່ຽວ​ກັບ​ການ​ເມືອງ​ທັງ​ພາຍ​ໃນ ​ແລະ ​ສາ​ກົນ, ມີ​ຄວາມ​ເຂົ້າ​ໃຈ​ຕໍ່ແນວທາງ​ນະ​ໂຍ​ບາຍ​ພັກ-​ລັດ. ມີທັກສະໃນການສິດສອນ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ. ມີຄວາມສາມາດໃນການບໍລິຫານວຽກງານ, ສາມາວິເຄາະສະຖານະການບ້ານເມືອງ ແລະ ນະໂຍບາຍຂອງພັກລັດແລ້ວນຳມາຫມູນໃຊ້ເຂົ້າໃນວຽກງານຕົວຈິງຢ່າງມີຫົວຄິດປະດິດສ້າງ.

ອາຊີບ

ສາມາດປະກອບອາຊີບເປັນຄູສອນວິຊາສຶກສາພົນລະເມືອງໃນຊັ້ນມັດທະຍົມຕອນປາຍ ແລະ ສອນວິຊາການເມືອງໃນໂຮງຮຽນວິຊາຊີບຕ່າງໆ. ສາມາດເຮັດວຽກໃນຂົງເຂດທີ່ກ່ຽວຂ້ອງອື່ນໆ ເຊັ່ນ: ຢູ່ສໍານັກງານ ແລະ ອົງການຕ່າງໆ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍອີງໃສ່ຄວາມຈໍາເປັນ ແລະ ຄວາມຮຽກຮ້ອງຕ້ອງການຂອງພັກ-ລັດອີກດ້ວຍ.

ທີ່ຕັ້ງ ແລະ ຕິດຕໍ່

ຄະນະສຶກສາສາດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770473

ແຫຼ່ງຂໍ້ມູນ: https://collegemajor.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ