ມາແລ້ວ! ທຶນການສຶກສາ Mitsubishi UFJ ສຳລັບນັກສຶກສາປີ 1 ຫາປີ 4 ມະຫາວິທະຍາໄລແຫ່ງຊາດ
ປະກາດ
ສຳລັບນັກສຶກສາທີ່ກຳລັງຮຽນຢູ່ມະຫາວິທະຍາໄລແຫ່ງຊາດ
ແລະສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ທີ່ມີຄວາມສົນໃຈຢາກສະໝັກທຶນການສຶກສາ Mitsubishi UFJ ສົກ 2020-2021
ໂອກາດມາແລ້ວ!
ສຳລັບນັກສຶກສາທີ່ກຳລັງສຶກສາຢູ່ ມະຫາວິທະຍາໄລແຫ່ງຊາດ (ປີທີ 1 - ປີທີ 4)
ແລະນັກສຶກສາທີ່ກຳລັງສຶກສາຢູ່ ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ
ມະຫາວິທະຍາໄລແຫ່ງຊາດ ທີ່ຕ້ອງການຢາກສະໝັກທຶນການສຶກສາ ຈາກມູນນິທິ Mitsubishi UFJ ລາຍລະອຽດມີດັ່ງນີ້:
- - ເປັນນັກສຶກສາທີ່ກຳລັງສຶກສາຢູ່
ມະຫາວິທະຍາໄລແຫ່ງຊາດ ຫຼື ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ.
- - ມີຄຸນສົມບັດດີ,
ມີຄວາມຕັ້ງໃຈສຶກສາຮໍ່າຮຽນ
- - ຜົນການຮຽນດີ,
ມີລະບຽບວິໄນ ແຕ່ຄອບຄົວທຸກຍາກຂາດເຂີນ.
- - ອັດທະຍາໄສດີ,
ມີຄວາມຫ້າວຫັນໃນການເຮັດກິດຈະກຳ ເຂົ້າກັບໝູ່ເພື່ອນໄດ້ດີ.
ວິທີການສະໝັກ:
1.
ປະກອບເອກະສານ
-
ໃບຄະແນນຂອງພາກຮຽນທີ
1 ສົກສຶກສາ 2019-2020
-
ຊີວະປະຫວັດຈົບການສຶກສາ
ມໍ7
-
ສຳມະໂນຄົວ
-
ບັດປະຈຳຕົວນັກສຶກສາ.
2.
ດາວໂຫຼດແບບຟອມ
-
ສຳລັບນັກສຶກສາ
ມະຫາວິທະຍາໄລແຫ່ງຊາດ ສາມາດດາວໂຫຼດແບບຟອມໄດ້ຕາມລິ້ງລຸ່ມນີ້:
-
ສຳລັບນັກສຶກສາ
ຫຼື ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ສາມາດດາວໂຫຼດແບບຟອມໄດ້ຕາມລິ້ງລຸ່ມນີ້:
ສົນໃຈຂໍ້ມູນເພີ່ມເຕີມສາມາດສອບຖາມໄດ້ທີ່:
-
ຫ້ອງການຄຸ້ມຄອງນັກສຶກສາ
ມະຫາວິທະຍາໄລແຫ່ງຊາດ ໂທລະສັບ 021 770 392 (ໃນໂມງ ແລະເວລາທາງລັດຖະການ)
-
ພະແນກຄຸ້ມຄອງນັກສຶກສາ
ແຕ່ລະຄະນະວິຊາ
ໝາຍເຫດ: ແບບຟອມຕ້ອງຂຽນເປັນພາສາອັງກິດ
ປິດຮັບສະໝັກ ວັນທີ
30/09/2020


