ດ່ວນ! ສະເພາະນ້ອງໆມໍ7 ແຂວງຫຼວງພະບາງ ຢາກຮຽນຕໍ່ ສປ ຈີນ ແລະ ສສ ຫວຽດນາມ
ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ
ໄດ້ແຈ້ງໃຫ້ນັກຮຽນທີ່ຈົບຊັ້ນມໍ7 ທົ່ວແຂວງຫຼວງພະບາງ
ຊາບທົ່ວກັນວ່າ :
ພະແນກສຶກສາທິການ ແລະກິລາ ແຂວງຫຼວງພະບາງ ຈະໄດ້ຈັດພິທີສອບເສັງຄັດເລືອກເອົາ ນັກຮຽນຈົບຊັ້ນ ມໍ7 ທົ່ວ ແຂວງຫຼວງພະບາງ ເພື່ອໄປຮຽນຕໍ່ວິຊາຊີບລະດັບຕ່າງໆທີ່ ສສ ຫວຽດນາມ ແລະ ສປ ຈີນ ປະຈໍາປີ 2020
ໃນວັນທີ 6 ສິງຫາ 2020 ເວລາ 8:00 ນາທີ ທີ່ ໂຮງຮຽນມັດຖະຍົມສົມບູນສັນຕິພາບ.
ການລົງທະບຽນສະຫມັກ
ແມ່ນຢູ່ຂະແຫນງອະຊີວະສຶກສາ ແລະ ສຶກສາຊັ້ນສູງ ເລີ່ມແຕ່ວັນທີ 20 ກໍລະກົດ 2020 ຫາວັນທີ 31 ກໍລະກົດ 2020
ແມ່ນຢູ່ຂະແຫນງອະຊີວະສຶກສາ ແລະ ສຶກສາຊັ້ນສູງ ເລີ່ມແຕ່ວັນທີ 20 ກໍລະກົດ 2020 ຫາວັນທີ 31 ກໍລະກົດ 2020
ໂດຍມີເງື່ອນໄຂດັ່ງນີ້
ສໍາລັບນັກສຶກສາຈົບປີ 2018-2019 ແມ່ນໃຫ້ນໍາເອົາໃບປະກາດຈົບມ 7 ເພື່ອລົງທະບຽນ ແລະ ສະຫມັກ
ສໍາລັບນັກສຶກສາຈົບປີ 2019-2020 ແມ່ນໃຫ້ລົງທະບຽນສະຫມັກກ່ອນສອບເສັງຈົບຊັ້ນ
ສົ່ງຄໍາຮ້ອງວັນທີ 1 ສິງຫາ 2020-4 ສິງຫາ 2020 ຢູ່ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ
(ອ່ານລາຍລະອຽດອີກ ໃນໃບແຈ້ງການ)



