ສາຂາ ການບໍລິການອາຫານ ແລະ ເຄື່ອງດື່ມ ສະຖາບັນການທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດ (Lanith)
ການບໍລິການອາຫານ ແລະ ເຄື່ອງດື່ມ
ຫຼັກສູດ: ຊັ້ນກາງ 2 ປີ
ສະຖາບັນການທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດ (Lanith)
ນິຍາມ
ແລະ ຄວາມສຳຄັນ
ການບໍລິການອາຫານ ແລະ ເຄື່ອງດື່ມ ໝາຍເຖິງ ການໃຫ້ບໍລິການດ້ານອາຫານ ແລະ
ເຄື່ອງດື່ມ ເຊິ່ງລວມເອົາ ຮູບແບບ,
ມາດຕະຖານ, ວິທີການ ແລະ ອື່ນໆທີ່ກ່ຽວຂ້ອງ.
ອຸດສາຫະກໍາດ້ານນີ້ ແມ່ນໜຶ່ງໃນຂະແໜງການບໍລິການທີ່ສ້າງວຽກເຮັດງານທໍາ
ແລະ ສ້າງລາຍໄດ້ໃຫ້ແກ່ປະເທດ. ສາຂານີ້ ຍັງຊຸກຍູ້ໃຫ້ການບໍລິການອາຫານ ແລະ
ເຄື່ອງດື່ມ ມີຄວາມສະອາດ, ຖືກຫຼັກອະນາໄມ ແລະ
ສອດຄ່ອງຕາມມາດຕະຖານສາກົນ
ເຊິ່ງສິ່ງເຫຼົ່ານີ້ຍັງຊ່ວຍສົ່ງເສີມຂະແໜງການທ່ອງທ່ຽວໃຫ້ເຂັ້ມແຂງ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ ສຶກສາລົງເລິກກ່ຽວກັບຂອບເຂດການບໍລິການທາງດ້ານອາຫານ ແລະ
ຮ້ານອາຫານ, ການບໍລິການລູກຄ້າ, ການບໍລິຫານຈັດການ ແລະ ການຕະຫຼາດ ເປັນຕົ້ນແມ່ນ
ຄວາມຮູ້ ແລະ ທັດສະນະໃນການບໍລິການອາຫານ ແລະ ເຄື່ອງດື່ມ
ພ້ອມຫຼັກສຸຂະອະນາໄມໃນການໃຫ້ບໍລິການ;
ຮຽນຮູ້ວິທີການເສີບອາຫານແບບປະເພດຕ່າງໆ
ໂດຍສະເພາະຮູບແບບສາກົນ ເຊັ່ນ: ແບບ ອາເມຣິກາ, ຝຣັ່ງ ແລະ ອັງກິດ. ນອກນັ້ນ ຍັງຮຽນກ່ຽວກັບ
ການປຸງແຕ່ງເຄື່ອງດື່ມ Cocktail ແລະ Mocktail.
ວິທີການສິດສອນ
ວິທີການສິດສອນ
ການສິດສອນ ລວມມີທັງການບັນລະຍາຍທາງທິດສະດີ ແລະ ລົງມືປະຕິບັດຕົວຈິງ.
ມີການນໍາໃຊ້ ການຮຽນ-ການສອນ ຫຼາຍຮູບແບບ
ເພື່ອໃຫ້ນັກສຶກສາເຂົ້າໃຈເຖິງບັນຫາ,
ກໍາໄດ້ເນື້ອໃນບົດຮຽນໄດ້ຢ່າງຄົບຖ້ວນ
ແລະ ສາມາດຕໍ່ຍອດບົດຮຽນທີ່ໄດ້ຮຽນມາເຂົ້າໃນສະພາບຕົວຈິງ.
ມີການລົງຝຶກງານເພື່ອສຶກສາວຽກງານບໍລິການອາຫານ ແລະ ເຄື່ອງດື່ມ
ເປັນຕົ້ນແມ່ນ ການຈັດໂຕະອາຫານ, ການເສີບ ແລະ ອື່ນໆ
ໃນຮ້ານອາຫານຂອງໂຮງຮຽນ ທີ່ມີມາດຕະຖານການບໍລິການແບບສາກົນ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ດ້ານອາຫານ ແລະ ພາສາຕ່າງປະເທດຍິ່ງເປັນການດີ; ເປັນຄົນ ທີ່ມັກຄວາມສະອາດ, ຊ່າງສັງເກດ ແລະ ເກັບກຳລາຍລະອຽດໄດ້ດີ; ມີທັກສະ ໃນການສື່ສານ, ການແກ້ໄຂບັນຫາສະເພາະໜ້າ ແລະ ມີມະນຸດສໍາພັນດີ; ມີຄວາມສົນໃຈໃນດ້ານອາຫານ, ເຄື່ອງດື່ມປະເພດຕ່າງໆ ແລະ
ມີໃຈຮັກໃນວຽກງານການບໍລິການ.
ຈົບແລ້ວສາມາດ
ມີຄວາມຮູ້ ແລະ ທັກສະ ໃນການບໍລິການອາຫານ ແລະ ເຄື່ອງດື່ມ, ມີຄວາມຮູ້ພື້ນຖານໃນການບໍລິຫານງານໃນຮ້ານອາຫານ, ມີທັກສະ ແລະ ຄວາມຮູ້ໃນການແກ້ໄຂບັນຫາ, ແນວຄິດໃນທາງວິເຄາະ, ທັກສະໃນການສື່ສານຢ່າງມີປະສິດທິພາບ ແລະ
ການເຮັດວຽກເປັນທີມ, ມີທັດສະນະຄະຕິ, ທ່າທາງ ແລະ
ການປະພຶດແບບມືອາຊີບທີ່ຈະນໍາໄປສູ່ການບໍລິການທີ່ດີເລີດ.
ອາຊີບ
ນັກສຶກສາທີ່ຈົບຈາກສາຂານີ້ ສາມາດປະກອບອາຊີບ ໃນຂະແໜງການ
ການບໍລິການອາຫານ ແລະ ເຄື່ອງດື່ມ ເຊັ່ນ: ພະນັກງານເສີບ, ພະນັກງານປຸງແຕ່ງເຫຼົ້າ ຫຼື ພະນັກງານບາຣ໌, ຮອງຜູ້ຈັດການ,
ຜູ້ຈັດການ
ຝ່າຍໆຕ່າງໆ ເປັນຕົ້ນ ຢູ່ໃນຮ້ານອາຫານ,
ໂຮງແຮມ, ບໍລິສັດຮັບຈັດງານລ້ຽງ, ບາຣ໌ ແລະ ອື່ນໆ.
ທີ່ຕັ້ງ ແລະ ຕິດຕໍ່
ສະຖາບັນທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດລາວ (LANITH)
ວິທະຍາເຂດ ວິທະຍາໄລເຕັກນິກປາກປ່າສັກ
ບ້ານ ສີຖານເໜືອ, ເມືືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ຕູ້ ປ.ນ 2098. ໂທ: 021
263172


