ເປີດເຜີຍ! ຂໍ້ດີຈາກການອ່ານໜັງສື



ທຸກຄົນຕ່າງກໍຮູ້ວ່າການອ່ານປຶ້ມນັ້ນມີປະໂຫຍດແຕ່ໜ້ອຍຄົນທີ່ຈະຕັ້ງໃຈອ່ານ ແລະ ໄດ້ຮັບປະໂຫຍດຈາກການອ່ານຢ່າງເຕັມທີ່ ເພາະການອ່ານປຶ້ມຈະເປັນການກະຕຸ້ນການເຮັດວຽກງານຂອງສະໝອງ ຊ່ວຍພັດທະນາເລື່ອງການຈື່ຈຳ ແລະ ປ້ອງກັນການເປັນພະຍາດອັລໄຊເມີໄດ້ຊ່ວຍໃຫ້ຮູ້ສຶກຜ່ອນຄາຍຫຼຸດຄວາມຕຶງຄຽດຕ່າງໆທີ່ກຳລັງພົບຢູ່ ແລະ ຊ່ວຍໃຫ້ມີສະມາທິຈົດຈໍ່ກັບສິ່ງໜຶ່ງໄດ້ດີຂຶ້ນມີທັກສະໃນການສື່ສານທີ່ດີຂຶ້ນ ເຊິ່ງເປັນສິ່ງສຳຄັນສຳລັບການເຮັດວຽກ ແລະ ໃຊ້ຊີວິດປະຈຳວັນທົ່ວໄປ.

ມື້ນີ້ພວກເຮົາຈຶ່ງໄດ້ຮວບຮວມເອົາປະໂຫຍດຕ່າງໆທີ່ໄດ້ຈາກການອ່ານປຶ້ມ ເພື່ອໃຫ້ທຸກຄົນເຫັນວ່າການອ່ານປຶ້ມນັ້ນສຳຄັນຫຼາຍ.



1. ຊ່ວຍກະຕຸ້ນການເຮັດວຽກຂອງສະໝອງ: ສະໝອງກໍຕ້ອງການການອອກກຳລັງເພື່ອໃຫ້ແຂງແຮງ ແລະ ມີສຸຂະພາບດີຢູ່ສະເໝີເຊັ່ນດຽວກັນກັບຮ່າງກາຍການອ່ານປຶ້ມເປັນຄືກັບການອອກກຳລັງສະໝອງ ເຮັດໃຫ້ສະໝອງຂອງເຮົາໄດ້ຄິດ ແລະ ໄດ້ເຮັດວຽກຕະຫຼອດເວລາ ເຊິ່ງຈາກການສຶກສາພົບວ່າການກະຕຸ້ນການເຮັດວຽກຂອງສະໝອງຢ່າງສະໝ່ຳສະເໝີຈະຊ່ວຍຊະລໍ ແລະ ປ້ອງກັນການເກີດພະຍາດອັລໄຊເມີ ແລະ ຊ່ວຍພັດທະນາເລື່ອງການຈື່ຈຳໄດ້.

ເຊັ່ນ: ເມື່ອເຮົາອ່ານປຶ້ມເຮົາກໍຕ້ອງຈື່ຈຳຕົວລະຄອນ ແລະ ຄວາມເປັນມາຂອງເລື່ອງ ແລະ ລາຍລະອຽດປີກຍ່ອຍຕ່າງໆ ເຊິ່ງທຸກຄັ້ງທີ່ມີຄວາມຈື່ຈຳໃໝ່ໆສະໝອງກໍຈະເກັບຂໍ້ມູນເຫຼົ່ານັ້ນໄວ້ ແລະ ເອີ້ນກັບມາໃຊ້ເມື່ອເຮົາຕ້ອງການໃຊ້ງານຍິ່ງອ່ານປຶ້ມຫຼາຍສະໝອງທີ່ເຮັດໜ້າທີ່ກ່ຽວກັບການຈື່ຈຳກໍຈະໄດ້ເຮັດວຽກຫຼາຍຂຶ້ນ.

2. ຄວາມຕຶງຄຽດຫຼຸດລົງ ແລະ ຈິດໃຈສະຫງົບຫຼາຍຂຶ້ນ: ມື້ໃດກໍຕາມທີ່ເຮົານັ່ງອ່ານປຶ້ມດີໆຈັກເຫຼັ້ມ ຄວາມຕຶງຄຽດຈາກວຽກ ຫຼື ບັນຫາສ່ວນຕົວຕ່າງໆທີ່ພົບມາຈະຖືກລືມໄປທັນທີການອ່ານນິຍາຍທີ່ມ່ວນຈະພາໃຫ້ທ່ານໄດ້ເຂົ້າໄປຢູ່ໃນໂລກອີກໃບໜຶ່ງຂະນະທີ່ການໄດ້ອ່ານບົດຄວາມດີໆກໍຈະເຮັດໃຫ້ເຮົາຈົດຈໍ່ຢູ່ກັບເວລາໃນຂະນະນັ້ນ ແລະ ລືມຄວາມກັງວົນຕ່າງໆໄປນອກຈາກຈະຊ່ວຍໃຫ້ເຮົາຮູ້ສຶກຜ່ອນຄາຍແລ້ວ ການໄດ້ອ່ານປຶ້ມກ່ຽວກັບສາສະໜາ ສາມາດຊ່ວຍໃຫ້ເຮົາຮູ້ສຶກສະງົບສະຕິອາລົມໄດ້ອີກດ້ວຍ.



3. ໄດ້ຮັບຄວາມຮູ້: ທຸກຢ່າງທີ່ເຮົາອ່ານເປັນການເພີ່ມຕື່ມ ຄວາມຮູ້ໃຫ້ກັບຕົວເຮົາທັງໝົດ ເຊິ່ງເຮົາບໍ່ມີທາງຮູ້ໄດ້ເລີຍວ່າເຮົາອາດຈະຕ້ອງນຳຄວາມຮູ້ເຫຼົ່ານັ້ນອອກມາໃຊ້ມື້ໃດຍິ່ງເຮົາມີຄວາມຮູ້ຫຼາຍພຽງໃດກໍຈະຍິ່ງເຮັດໃຫ້ເຮົາໄດ້ປຽບຫຼາຍຂຶ້ນເມື່ອຕ້ອງປະເຊີນກັບບັນຫາ ແລະ ຄວາມທ້າທາຍຕ່າງໆສິ່ງຂອງ ຫຼື ເງິນທອງອາດຈະຖືກຄົນຮ້າຍລັກໄປ ແຕ່ຄວາມຮູ້ເປັນສິ່ງທີ່ບໍ່ມີໃຜສາມາດເອົາໄປຈາກຕົວເຮົາໄດ້.

4. ມີຄັງຄຳສັບທີ່ຫຼາຍຂຶ້ນມີທັກສະການສື່ສານທີ່ດີຂຶ້ນ: ຍິ່ງເຮົາອ່ານປຶ້ມຫຼາຍເທົ່າໃດເຮົາກໍຍິ່ງໄດ້ຄວາມຮູ້ຫຼາຍເທົ່ານັ້ນ ແລະ ເພາະຄຳເຫຼົ່ານັ້ນຈະຖືກນຳມາໃຊ້ໃນຊີວິດປະຈຳວັນຢ່າງຫຼີກລຽງບໍ່ໄດ້ ຈະສົ່ງຜົນຕໍ່ການຂຽນຂອງຄົນທີ່ໄດ້ອ່ານການໄດ້ຊຶມຊັບວິທີ ແລະ ເຕັກນິກການຂຽນຂອງນັກຂຽນຄົນອື່ນໆ ຈະຊ່ວຍພັດທະນາທັກສະການຂຽນຂອງເຮົາເອງໃນການເຮັດວຽກຄົນທີ່ມີຄວາມສາມາດໃນການອ່ານ ແລະ ເວົ້າຈະມີຄວາມຮູ້ທີ່ຫຼາກຫຼາຍມີຄວາມເປັນໄປໄດ້ທີ່ຈະເລີນເຕີບໂຕໃນໜ້າທີ່ວຽກງານຫຼາຍກວ່າຄົນທີ່ບໍ່ຄ່ອຍຮູ້ຈັກຄຳສັບ ແລະ ມີຄວາມຮອບຮູ້ໃນເລື່ອງຕ່າງໆ.

ນອກຈາກນັ້ນການອ່ານປຶ້ມພາສາຕ່າງປະເທດຍັງຊ່ວຍໃນການຮຽນຮູ້ພາສາໃໝ່ໆອີກດ້ວຍ ເພາະເຮົາຈະໄດ້ຄຳສັບໃໝ່ໆ ເຊິ່ງຈະເຮັດໃຫ້ເວົ້າ ແລະ ຂຽນພາສານັ້ນໄດ້ດີຂຶ້ນ.



5. ມີທັກສະການຄິດເຊີງວິເຄາະ: ທ່ານເຄີຍອ່ານປຶ້ມນິຍາຍສືບສວນສອບສານ ແລ້ວຄິດແກ້ໄຂບັນຫາຕ່າງໆໄດ້ດ້ວຍຕົວເອງກ່ອນທີ່ຈະອ່ານປຶ້ມຈົບ ຫຼື ບໍ່ການເກັບລາຍລະອຽດຕ່າງໆໃນເລື່ອງແລ້ວຄິດວິເຄາະເລື່ອງລາວຕ່າງໆທີ່ເກີດຂຶ້ນ ຫຼື ຫາຕົວຄົນຮ້າຍໄດ້ ເປັນຕົວຢ່າງໜຶ່ງຂອງການໃຊ້ທັກສະດ້ານການຄິດເຊີງວິເຄາະການວິຈານນິຍາຍໃນດ້ານຕ່າງໆ ແລະ ສະແດງ ຄວາມຄິດເຫັນກັບຄົນອື່ນໆກ່ຽວກັບໜັງສືເຫຼັ້ມນັ້ນໆ ກໍເປັນການຊ່ວຍພັດທະນາທັກສະການຄິດເຊີງວິເຄາະໄດ້ເຊັ່ນກັນ.

6. ມີສະມາທິຈົດຈໍ່ກັບສິ່ງໃດສິ່ງໜຶ່ງໄດ້ຫຼາຍຂຶ້ນ: ເມື່ອໂລກອິນເຕີເນັດເຂົ້າມາມີສ່ວນສຳຄັນໃນຊີວິດປະຈຳວັນຂອງເຮົາແບບທຸກມື້ນີ້ມີເລື່ອງຕ່າງໆ ຫຼາກຫຼາຍທີ່ດຶງດູດຄວາມສົນໃຈຂອງເຮົາພ້ອມກັນໃນເວລາດຽວກັນຫຼາຍຄົນສາມາດເຮັດວຽກຫຼິ້ນອີເມວສົ່ງຂໍ້ຄວາມຫາໝູ່ເພື່ອນຫຼິ້ນໂທລະສັບມືຖື, ລົມກັບໝູ່ຮ່ວມໄດ້ພາຍໃນເວລາພຽງ 5 ນາທີ

ເຊິ່ງການເຮັດພຶດຕິກຳແບບນີ້ຈະເຮັດໃຫ້ ຄວາມສາມາດຫຼຸດລົງ ແລະ ອາດເປັນສາເຫດໃຫ້ເກີດ ຄວາມຕຶງຄຽດໄດ້ແຕ່ເມື່ອເຮົາໄດ້ອ່ານປຶ້ມກໍຈະໃຫ້ ຄວາມສົນໃຈ ແລະ ໂຟກັສໄປທີ່ເລື່ອງລາວໃນໜັງສືເທົ່ານັ້ນກ່ອນເລີ່ມເຮັດວຽກ ລອງຫາເວລາອ່ານປຶ້ມປະມານ 15 – 20 ນາທີ ແລ້ວທ່ານຈະພົບວ່າສາມາດຊ່ວຍໃຫ້ທ່ານມີສະມາທິຫຼາຍຂຶ້ນໃນເວລາເຮັດວຽກ.



7. ໃຫ້ຄວາມບັນເທີງ: ການອ່ານປຶ້ມເປັນວິທີສ້າງຄວາມບັນເທີງໃຫ້ກັບຕົວເອງວິທີໜຶ່ງ ຫຼາຍຄົນມີຄວາມສຸກກັບການໄດ້ຊື້ໜັງສືແຕ່ບາງຄົນນັ້ນການໄປຢືມໜັງສືມາຈາກຫ້ອງສະໝຸດເປັນທາງເລືອກທີ່ດີກວ່າ ເພາະຫ້ອງສະໝຸດມີໜັງສືຫຼາກຫຼາຍປະເພດໃຫ້ທ່ານໄດ້ເລືອກອ່ານ ໂດຍບໍ່ຕ້ອງເສຍເງິນຈຳນວນຫຼາຍໃນການຊື້ ແລະ ຫ້ອງສະໝຸດມັກຈະນຳໜັງສືໃໝ່ໆເຂົ້າມາເລື້ອຍໆ.

ແນວໃດກໍຕາມຖ້າຫາກທ່ານບໍ່ສະດວກໃນການທີ່ຈະໄປຫ້ອງສະໝຸດທ່ານກໍສາມາດອ່ານປຶ້ມຜ່ານທາງອຸປະກອນຕ່າງໆດ້ວຍລະບົບອິນເຕີເນັດຕ່າງໆໄດ້ ເພາະທຸກມື້ນີ້ໜັງສືຫຼາຍເຫຼັ້ມມີການເຮັດອອກມາໃນຮູບແບບ e-book ຫຼື PDF ທີ່ສາມາດດາວໂຫຼດໄດ້

ຮຽບຮຽງໂດຍ: ແກ້ວ;ຂໍ້ມູນຈາກ: lifehack.org, ໜັງສືພິມເສດຖະກິດ-ການຄ້າ

Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ