ສາຂາ ອີເລັກໂຕນິກ ວິທະຍາໄລເຕັກນິກປາກປ່າສັກ
ອີເລັກໂຕນິກ
ຫຼັກສູດ: ຊັ້ນກາງ 2 ປີ ແລະ ຊັ້ນສູງ 3 ປີ
ວິທະຍາໄລເຕັກນິກປາກປ່າສັກ
ນິຍາມ ແລະ ຄວາມສຳຄັນ
ອີເລັກໂຕນິກ
ໝາຍເຖິງເຕັກໂນໂລຊີທີ່ກ່ຽວຂ້ອງກັບວົງຈອນໄຟຟ້າທີ່ປະກອບດ້ວຍອຸປະກອນໄຟຟ້າຕ່າງໆ
ທີ່ມີຄວາມສາມາດໃນການຄວບຄຸມການໄຫຼຂອງເອເລັກຕຣອນ ເຮັດໃຫ້ສາມາດຂະຫຍາຍສັນຍານເພື່ອການສື່ສານທາງພາບ
ແລະ ສຽງ ເຊັ່ນ: ໂທລະສັບ, ວິທະຍຸ, ໂທລະທັດ. ອີເລັກໂຕນິກ ຖືເປັນເຕັກໂນໂລຊີທີ່ມີຄວາມສໍາຄັນ ແລະ
ໄດ້ຖືກນໍາໃຊ້ຢ່າງແຜ່ຫຼາຍ ໃນເຄືື່ອງໃຊ້ໄຟຟ້າໃນຊີວິດປະຈໍາວັນ, ການສື່ສານຂໍ້ມູນໂທລະຄົມມະນາຄົມ ແລະ
ໃນອຸດສະຫະກໍາການຜະລິດຕ່າງໆ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ຮຽນກ່ຽວກັບພື້ນຖານອຸປະກອນເຄື່ອງໃຊ້ອີເລັກໂຕນິກ
ນັບຕັ້ງແຕ່ບັນດາອົງປະກອບ ແລະ ລະບົບການເຮັດວຽກຂອງມັນ ພ້ອມທັງວິທີການຕິດຕັ້ງ, ການນໍາໃຊ້ ແລະ ການຄວບຄຸມອຸປະກອນດັ່ງກ່າວ, ໂດຍມີຈຸດປະສົງເພື່ອສ້ອມແປງ (ແປງຮາດແວຣ໌)
ເຄື່ອງໃຊ້ອີເລັກໂຕນິກ ຕ່າງໆ ເຊັ່ນ: ໂທລະທັດ, ວິທະຍຸ, ເຄື່ອງຫຼິ້ນຊີດີ
ແລະ ຄອມພິວເຕີ ເປັນຕົ້ນ. ນອກຈາກນີ້ ນັກສຶກສາຍັງຈະໄດ້ຮຽນກ່ຽວກັບ ພື້ນຖານລະບົບໄຟຟ້າ
ແລະ ຄອມພິວເຕີ ອີກດ້ວຍ.
ວິທີການສິດສອນ
ວິທີການສິດສອນ
ແມ່ນເນັ້ນໃສ່ພາກປະຕິບັດຕົວຈິງໂດຍມີການປຽບທຽບກັບທິດສະດີ ຫຼື
ນໍາໃຊ້ທິດສະດີເພື່ອມາອະທິບາຍ. ການຮຽນແມ່ນຈະຮຽນພາຍໃນຫ້ອງປະຕິບັດງານເປັນຫຼັກ
ເຊິ່ງໃນນັ້ນນັກສຶກສາຈະໄດ້ສຶກສາຈາກເຄື່ອງມື ແລະ ອຸປະກອນອີເລັກໂຕນິກຕົວຈິງ
ເພື່ອສຶກສາລະບົບການເຮັດວຽກ, ອົງປະກອບ
ແລະ ວິທີການຕິດຕັ້ງ. ນັກສຶກສາຍັງຈະໄດ້ຝຶກງານ ນໍາໜ່ວຍງານທີ່ກ່ຽວຂ້ອງ ເຊັ່ນ:
ບໍລິສັດສ້ອມແປງຄອມພິວເຕີ, ສະຖານີໂທລະພາບ, ສະຖານີວິທະຍຸກະຈາຍສຽງ ເປັນຕົ້ນ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານທາງດ້ານວິຊາຟີຊິກສາດ ໂດຍສະເພາະກ່ຽວກັບໄຟຟ້າ
ເຊັ່ນ: ຄວາມຕ້ານທານ, ແຮງໄຟ ແລະ
ວິຊາຄະນິດສາດ. ຄວນມີຄວາມສົນໃຈດ້ານການສ້ອມແປງ ແລະ ການນໍາໃຊ້ເຄື່ອງອີເລັກ ໂຕນິກຕ່າງໆ
ແລະ ການຮຽນຮູ້ກ່ຽວກັບລະບົບການເຮັດວຽກຂອງບັນດາອຸປະກອນອີເລັກໂຕນິກ. ເປັນຄົນດຸໝັ່ນ
ແລະ ໃສ່ໃຈໃນລາຍລະອຽດ.
ຈົບແລ້ວສາມາດ
ເຂົ້າໃຈຫຼັກການກ່ຽວກັບໄຟຟ້າ ແລະ ອີເລັກໂຕນິກ. ສາມາດ
ຕິດຕັ້ງ,
ສ້ອມແປງ, ນໍາໃຊ້ ແລະ ຄວບຄຸມ ເຄື່ອງອີເລັກໂຕນິກຕ່າງໆ ເຊັ່ນ: ໂທລະທັດ, ເຄື່ອງຂະຫຍາຍສຽງ (ເຊັ່ນ
ຕິດຕັ້ງເຄື່ອງສຽງໃນງານສັງສັນຕ່າງໆ). ນອກຈາກນີ້ ຍັງສາມາດຕິດຕັ້ງຈານດາວທຽມໂທລະທັດ
ແລະ ເປີດຮ້ານສ້ອມແປງ ອີກດ້ວຍ.
ອາຊີບ
ເປັນພະນັກງານຝ່າຍເຕັກນິກ ທີ່ເຮັດວຽກກ່ຽວກັບການຄວບຄຸມລະບົບ
ແລະ ສ້ອມແປງເຄື່ອງອີເລັກໂຕນິກ, ພະນັກງານຄວບຄຸມເຄື່ອງສຽງ ຫຼື ພະນັກງານຕິດຕັ້ງເສົາສັນຍານ ທີ່ໜ່ວຍງານທັງພາກລັດ ແລະ
ເອກະຊົນ ເຊັ່ນ: ບໍລິສັດໂທລະຄົມມະນາຄົມ, ຄ້າຍ ເພງ, ສະຖານີວິທະຍຸກະຈາຍສຽງ
ແລະ ສະຖານີໂທລະພາບ ເປັນຕົ້ນ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລເຕັກນິກປາກປ່າສັກ
ບ້ານ ສີຖານເໜືອ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ໂທ: 021 263172
ເວັບໄຊ໌
http://www.pakpasak.edu.la/


