ສາຂາ ເຕັກໂນໂລຊີລົດຍົນ ວິທະຍາໄລເຕັກນິກປາກປາສັກ
ເຕັກໂນໂລຊີລົດຍົນ
ຫຼັກສູດ: ຊັ້ນກາງ 2 ປິ
ວິທະຍາໄລເຕັກນິກປາກປາສັກ
ນິຍາມ ແລະ ຄວາມສຳຄັນ
ເຕັກໂນໂລຊີລົດຍົນ ແມ່ນ ວິທີການນໍາໃຊ້ຂໍ້ມູນກ່ຽວກັບ
ກົນຈັກລົດຍົນ ເຂົ້າໃນການດໍາເນີນການສ້ອມແປງ ແລະ ການປະກອບ ສ້າງດ້ານກົນຈັກລົດຍົນ
ເພື່ອເຮັດໃຫ້ເຄື່ອງຈັກລົດຍົນສາມາດໃຊ້ການໄດ້. ຍ້ອນລົດຍົນນັບມື້ນັບເພີ່ມຂຶ້ນເປັນຈໍານວນຫຼາຍ, ເຕັກໂນໂລຊີລົດຍົນຈຶ່ງ ມີຄວາມສໍາຄັນໃນການສ້າງພະນັກງານ
ໃຫ້ມີຄວາມສາມາດ ແລະ ມີຄວາມຊໍານານສະເພາະດ້ານການສ້ອມແປງ ແລະ
ປະກອບສ້າງເຄື່ອງກົນຈັກລົດຍົນ ໂດຍສະເພາະແມ່ນ ລົດໃຫຍ່ ແລະ ລົດຈັກ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ຮຽນກ່ຽວກັບການປະກອບສ້າງຂອງລະບົບລົດຍົນເຊີ່ງລວມມີທັງລົດໃຫ່ຍ
ແລະ ລົດຈັກ, ລະບົບຕ່າງໆ
ຂອງລົດຍົນໂດຍລວມເຊັ່ນ ການປະກອບສ້າງຂອງ ຊ່ວງລ່າງ, ລະບົບໄຟຟ້າຂອງລົດຍົນ ແລະ ຊິ້ນສ່ວນປະກອບອື່ນໆຂອງລົດຍົນ ແລະ
ວິທີການສ້ອມແປງ ແລະ ບົວລະບັດລົດຍົນ. ນອກຈາກນັ້ນ, ຍັງຮຽນກ່ຽວກັບການປະກອບທຸລະກິດ ຂະໜາດນ້ອຍ ແລະ ຂະໜາດກາງ
ສໍາລັບການເປີດບໍລິການສ້ອມແປງລົດຍົນ ອີກດ້ວຍ.
ວິທີການສິດສອນ
ໃນຫຼັກສູດການສຶກສາ ເຕັກໂນໂລຊີລົດຍົນ ໃນລະດັບຊັ້ນກາງ ແມ່ນ
ມີການບັນລະບາຍທາງດ້ານພາກທິດສະດີ 70% ແລະ
ມີການປະຕິບັດຕົວຈິງດ້ານ ພາກປະຕິບັດ 30%. ໃນພາກປະຕິບັດຕົວຈິງ ນັກສຶກສາຈະໄດ້ມີການປະຕິບັດການທົດລອງຕົວຈິງ
ໃນການສ້ອມແປງດ້ານເຄື່ອງຈັກຂອງລົດຍົນທີ່ມີຢູ່ໃນໂຮງຮຽນ. ນອກຈາກນີ້, ນັກສຶກສາຈະໄດ້ລົງຝຶກງານ ໂດຍສະເພາະແມ່ນ ຢູ່ຕາມບັນດາສະຖານທີ່
ທຸລະກິດສ້ອມແປງລົດຍົນ ຫຼື ອູ່ສ້ອມແປງຂອງ ເອກະຊົນ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ດ້ານ ຄະນິດສາດ ແລະ ຟິຊິກສາດ. ຄວນເປັນຄົນທີ່ມີຄວາມມັກ ແລະ ສົນໃຈກ່ຽວກັບດ້ານເຄື່ອງກົນຈັກ, ການປະກອບສ້າງຂອງໂຄງສ້າງລົດຍົນ. ນອກນັ້ນ, ນັກສຶກສາຄວນ ເປັນຄົນທີ່ມີສຸຂະພາບແຂງແຮງດີ
ເພາະການສຶກສາໃນວິຊາ ດັ່ງກ່າວ ນັກສຶກສາຈະໄດ້ມີການອອກແຮງງານ.
ຈົບແລ້ວສາມາດ
ຮູ້ຈັກວິທີການນໍາໃຊ້ຄວາມຮູ້ ແລະ
ຂໍ້ມູນດ້ານລະບົບເຄື່ອງຈັກລົດຍົນ ເພື່ອໄປດໍາເນີນການສ້ອມແປງ ແລະ ການປະກອບສ້າງ
ຂອງລົດຍົນໄດ້ແບບໂດຍລວມ; ສາມາດຮູ້ຈັກວິທີການປະຊາສໍາພັນ
ກັບລູກຄ້າ, ກັບຜູ້ທີ່ໃຊ້ລົດຍົນ ແລະ
ມີຄວາມສາມາດພື້ນຖານ ດ້ານການດໍາເນີນທຸລະກິດຂະໜາດນ້ອຍ ອີກດ້ວຍ.
ອາຊີບ
ສາມາດປະກອບອາຊີບ ເປັນຜູ້ຊ່ວຍຊ່າງແປງລົດຍົນ ແລະ
ເປັນນາຍຊ່າງສ້ອມແປງລົດ ຢູ່ຕາມສະຖານທີ່ສ້ອມແປງລົດຍົນ ເປັນຕົ້ນແມ່ນ
ອູ່ສ້ອມແປງລົດຍົນ. ນອກນັ້ນ
ນັກສຶກສາທີ່ຈົບການສຶກສາດັ່ງກ່າວ ຍັງສາມາດປະກອບທຸລະກິດ ເປັນເຈົ້າຂອງ
ຮ້ານສ້ອມແປງລົດຍົນ ດ້ວຍຕົນເອງ ອີກດ້ວຍ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລເຕັກນິກປາກປ່າສັກ
ບ້ານ ສີຖານເໜືອ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ໂທ: 021 263172
ເວັບໄຊ໌
http://www.pakpasak.edu.la/


