ສາຂາ ວິສະວະກຳບໍ່ແຮ່ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ



ວິສະວະກຳບໍ່ແຮ່

ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິສະວະກຳສາດ
ມະຫາວິທະຍາໄລແຫ່ງຊາດ

ນິຍາມ ແລະ ຄວາມສຳຄັນ
ວິສະວະກຳບໍ່ແຮ່ ເປັນການ​ນໍາ​ໃຊ້​ຄວາມ​ຮູ້​ທາງ​ວິສະວະ​ກໍາ​ ເຂົ້າ​ໃນ​ການນຳເອົາແຮ່ ແລະ ຊັບພະຍາກອນທໍລະນີ ເຊັ່ນ: ຫີນ, ວັດ​ສະດຸ, ຊາຍ, ຄຳ, ທອງແດງ, ເງິນ ແລະ ອື່ນໆ ຂຶ້ນມາ ເພື່ອປຸງແຕ່ງ ​​ແລະ ນໍາໃຊ້​ໃນວຽກງານອຸດສາຫະກຳ ແລະ ອື່ນໆໃຫ້​ເກີດປະໂຫຍດສູງສຸດ. ​ປັດຈຸບັນ, ການຂຸດ​ຄົ້ນບໍ່​ແຮ່​ມີການຂະຫຍາຍຕົວຢ່າງ​ວ່ອງໄວ, ດັ່ງນັ້ນ ຈຶ່ງ​ມີ​ຄວາມຮຽກຮ້ອງ​ຕ້ອງການ​ ໃນ​ການສ້າງບຸກຄະລາກອນ ເພື່ອຄຸ້ມ​ຄອງ ​ແລະ ບໍລິຫານ​ ການຂຸດ​ຄົ້ນບໍ່ແຮ່​ໃຫ້​ຖືກວິທີເພື່ອຮັກສາສະພາບແວດລ້ອມ.

ວິຊານີ້ຮຽນກ່ຽວກັບຫຍັງ
ຮຽນກ່ຽວກັບວິສະວະກຳບໍ່​ແຮ່ ​ແລະ ຂັ້ນ​ຕອນ​ໃນການ​ຂຸດ​ຄົ້ນບໍ່ແຮ່ ເຊັ່ນ:  ການວາງແຜນ,  ສຳຫຼວດ,  ເປີດບໍ່ແຮ່, ຂຸດຄົ້ນບໍ່ແຮ່, ປຸງ​ແຕ່ງ ​ແລະ ສົ່ງ​ອອກແຮ່; ​ເຊິ່ງໃນການເປີດບໍ່ແຮ່ນີ້ ລວມເຖິງການ ວາງແຜນຊີເຈາະຮູລະເບີດ, ປະ​ເມີນ​ປະລິມານ​ການ​ສະ​ສົມ​ຂອງ​ແຮ່, ຈັດການ ແລະ ບໍາບັດນໍ້າເສຍ, ການ​ປິດບໍ່ແຮ່ ​​​ໂດຍ​ຟື້ນຟູ​ພື້ນທີ່​ຂຸດ​ຄົ້ນໃຫ້ກັບສູ່ສະພາບເດີມ​ເທົ່າ​ທີ່​​ເປັນ​ໄປ​ໄດ້; ນອກ​ນີ້ ຍັງຮຽນກ່ຽວກັບ​ທໍລະນີ​ສາດ, ທໍລະນີ​ເຕັກນິກ ​ແລະ ສິ່ງແວດລ້ອມ​ ເພື່ອ​ຄໍານຶງ​ເຖິງ ກ່ອນ ແລະ ຫຼັງການຂູດຄົ້ນ.



ວິທີການສິດສອນ
ວິທີການສິດສອນ ແມ່ນ ປະກອບດ້ວຍການ​ຮຽນທິດສະດີ ຄຽງຄູ່​ກັບ​ການ​ປະຕິບັດ​ຕົວ​ຈິງ ​​ເປັນຕົ້ນ​ແມ່ນ ການປະຕິບັດໃນຫ້ອງທົດ​ລອງ ເຊັ່ນ: ການທົດລອງດິນ, ຫ້ອງທົດລອງຫີນ, ການໃຊ້ກ້ອງຈຸລະທັດເພື່ອສ່ອງແຮ່, ການທົດລອງຊົນລະສາດ, ການທົດລອງຄຸນນະພາບຂອງນ້ຳ, ການເກັບຕົວຢ່າງດິນ ​ໂດຍ​ນັກ​ສຶກສາ​ຈະ​ໄດ້​ນໍາ​ມາ​ແປ​ຄວາມໝາຍ, ຄິດ​ໄລ່ ​ແລະ ລາຍ​ງານ​ຜົນ​ການ​ທົດ​ລອງ; ນອກ​ນີ້ ຍັງຈະໄດ້ຝຶກງານຕາມສະໜາມຂຸດ​ຄົ້ນບໍ່ແຮ່ ​ແລະ ສໍາ​ຫຼວດ​ແຮ່.

ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານດ້ານ ຄະນິດສາດ, ຟິຊິກສາດ, ເຄມີສາດ ​ແລະ ພາສາ​ອັງກິດ; ເປັນຄົນ ມີຄວາມອົດທົນ, ມີສຸຂະພາບແຂງແຮງ ເພາະຈະໄດ້ລົງສະໜາມເພື່ອການສຳຫຼວດ​ເປັນປະ​ຈໍາ; ມັກການຄົ້ນຄວ້າ, ສຳຫຼວດ, ວິ​ເຄາະ-ວິ​ໄຈ ແລະ ມັກຊອກຫາຄວາມຮູ້ໃໝ່ໆ; ມີຄວາມສົນ​ໃຈ​ ກ່ຽວ​ກັບທໍລະນີ, ​​ແຮ່​ທາດ ​ແລະ ການ​ຂຸດ​ຄົ້ນ.

ຈົບແລ້ວສາມາດ
ຮູ້ວິທີ​ການ​ໃນ​ການສຳຫຼວດແຮ່ທາດຕ່າງໆ; ສາມາດວາງແຜນການຂຸດຄົ້ນບໍ່​ແຮ່ ​ແລະ ວາງແຜນຜັງຊີເຈາະຮູລະເບີດ; ຮູ້​ວິທີ​ການ​ໃນ​ການຂຸດຕັກ ​ແລະ ຂົນສົ່ງແຮ່ທາດ, ປຸງແຕ່ງແຮ່ທາດ; ສາມາດຈັດລະບົບການຂົນສົ່ງແຮ່ທາດ; ສາມາດນຳໃຊ້ຄອມພິວເຕີເຂົ້າໃນວຽກງານວິສະວະກຳບໍ່ແຮ່; ສາ​ມາດປະເມີນລາຄາຂອງແຮ່ທາດຕ່າງໆ ​ແລະ ປົກປັກຮັກສາສິ່ງແວດລ້ອມບໍ່ແຮ່.

ອາຊີບ
ເປັນນັກວິສະວະກອນບໍ່ແຮ່, ນັກວິຊາການຕາມບໍລິສັດ ​ແລະ ​ໂຄງການຂຸດຄົ້ນແຮ່ທາດ ແລະ ວັດສະດຸ; ເປັນນັກ ວິຊາການໃນໂຮງງານຊີມັງ​ ​ແລະ ໂຮງງານອື່ນໆ​ ທີ່ກ່ຽວຂ້ອງກັບ​ການສໍາ​ຫຼວດ-​ຂຸດ​ຄົ້ນ​ບໍ່​ແຮ່ ຕະຫຼອດຮອດ ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງ​ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ; ແລະ ຍັງສາມາດເປີດບໍລິສັດສຳຫຼວດຂຸດຄົ້ນບໍ່ແຮ່ໄດ້.

ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິສະວະກໍາສາດ
ວິທະຍາເຂດໂສກປ່າຫຼວງ ມະຫາວິທະຍາໄລແຫ່ງຊາດ
ບ້ານ ໂສກປ່າຫຼວງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
ຕູ້ ປ.ນ 3166 ໂທ: 021 951294 ແຟັກ:  021 314382.
ເວັບໄຊ໌ www.fe-nuol.edu.la

ແຫຼ່ງຂໍ້ມູນ: https://collegemajor.la/

Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ