ສາຂາ ບັນນາຮັກສາດ ແລະ ສາຣະສົນເທດສາດ ຄະນະວິທະຍາສາດສັງຄົມ ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ



ບັນນາຮັກສາດ ແລະ ສາຣະສົນເທດສາດ

ຫຼັກສູດ: ປະລິນຍາ​ຕີ 4 ປີ
ຄະນະວິທະຍາສາດສັງຄົມ
ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ນິຍາມ ແລະ ຄວາມສຳຄັນ
ບັນ​ນາ​ຮັກສາ​ດ ​ແລະ ສາຣະ​ສົນ​ເທດສາດໝາຍ​ເຖິງ ​ການ​ຄຸ້ມ​ຄອງ ​ແລະ ຈັດການຂໍ້​ມູນ ເຊິ່ງມີຄວາມສໍາຄັນ, ເນື່ອງ​ຈາກຂໍ້​ມູນໄດ້​ມີ​ບົດບາດໃນ​ທຸກໆຂະ​ແໜງການ. ດັ່ງນັ້ນ, ຈຶ່ງມີຄວາມຮຽກຮ້ອງຕ້ອງການໃຫ້ມີການຈັດການ ​ແລະ ການຈັດ​ເກັບຂໍ້​ມູນໃຫ້​ເປັນ​ລະ​ບົບ​​ໂດຍ​ການນໍ​າ​ໃຊ້​ເຕັກ​ໂນ​​ໂລ​ຊີ​ທີ່ທັນ​ສະ​ໄໝ, ສາມາດອໍານວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຂົ້າ​ເຖິງ​ ​ແລະ ນໍາ​ໃຊ້ຂໍ້​ມູນເຂົ້າໃນວຽກງານ​ການສຶກສາ ກໍ່ຄືການພັດທະນາ​ເສດຖະກິດ-​ສັງຄົມ​​.

ວິຊານີ້ຮຽນກ່ຽວກັບຫຍັງ
ວິຊາ​ນີ້ຮຽນກ່ຽວກັບ ວຽກງານບັນນາຮັກສາດ ​ແລະ ​ຫ້ອງ​ສະໝຸດລວມມີ: ການຈັດ​ແຟ້​ມ, ການຄົ້ນຫາ, ການ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃນ​ການ​ຈັດການສິ່ງພິມ ແລະ ຫ້ອງສະໝຸດແຕ່ລະ​ປະ​ເພດ​​ເຊັ່ນ: ຫ້ອງ​ສະໝຸດ​ໂຮງຮຽນ, ວິທະຍາ​ໄລ, ຊຸມ​ຊົນ ​ແລະ ອື່ນໆ; ນອກນີ້, ນັກສຶກສາຍັງຈະໄດ້ຮຽນກ່ຽວກັບ ວຽກງານສາ​ຣະສົນ​ເທດ​ສາດ ແລະ ການໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສາຣະ​ສົນ​ເທດໃຫ້​ເໝາະກັບ​ອົງ​ກອນ ອີກທັງຈະໄດ້ສຶກສາກ່ຽວກັບ ວຽກງານການ​ບໍລິຫານ​ຫ້ອງການ ​ແລະ ວຽກງານ​ເລຂານຸການ.



ວິທີການສິດສອນ
ວິທີ​ການ​ສິດສອນ​ລວມມີ ການຮຽນທິດ​ສະ​ດີຄຽງຄູ່​ໄປ​ກັບ​ການ​ປະຕິບັດ​ຕົວ​ຈິງ​ ເຊິ່ງລວມມີ​ການ​ປະຕິບັດວຽກງານ​ໃນ​ຫ້ອງ​ອ່ານ​ຂອງ​ພາກ​ວິຊາ ​ແລະ ຫໍສະໝຸດກາງ ຂອງມະຫາວິທະຍາໄລແຫ່ງຊາດ, ການ​ຂຽນບົດ​ລາຍ​ງານ​ເປັນບຸກຄົນ ​ແລະ ​ເປັນ​ກຸ່ມ ກ່ຽວກັບລາຍວິຊາທີ່ກ່ຽວຂ້ອງ, ​ການ​​ຝຶກ​ງານ​​ໃນ​ສະຖານ​ຕ່າງໆເຊັ່ນ: ຫ້ອງການ, ສໍານັກງານ, ​ ຫ້ອງ​ອ່ານ ແລະ ຫ້ອງ​ສະໝຸດ ເຊິ່ງຫຼັງຈາກສໍາເລັດການລົງຝຶກງານ, ນັກສຶກສາຈະໄດ້​ລາຍ​ງານ ແລະ ນໍາ​ສະ​ເໜີ​ຜົນ​ການ​ຝຶກ​ງານ. ​

ທັກສະ/ຄວາມສົນໃຈ
ຄວາມ​ຮູ້​ພື້ນຖານວິຊາ​ສັງຄົມສາດ, ຄະນິດສາດ ແລະ ພາສາຕ່າງປະ​ເທດເປັນ​ຄົນ​ມັກ​ການ​ອ່ານ ແລະ ​ໃສ່​ໃຈ​ໃນ​ລາຍ​ລະອຽດມີ​ຄວາມ​ສົນ​ໃຈ​ໃນ​ການ​ອະນຸລັກ​ຮັກສາ​ສິ່ງ​ພິມ ​ແລະ ຂໍ້​ມູນ, ວຽກງານ​ບໍລິຫານ​ຫ້ອງການ, ວຽກງານ​ເອກະສານ, ວຽກງານ​ເລຂານຸການ, ວຽກງາ​ນຖານ​ຂໍ້​ມູນ ​ແລະ ​ເຕັກ​ໂນ​ໂລ​ຊີເປັນຕົ້ນ.

ຈົບແລ້ວສາມາດ
ຄວາມ​ສາມາດ​ໃນ​ການ​ບໍລິຫານ​ຫ້ອງການ, ການ​ຂຽນ​ເອກະສານ​ທາງ​ລັດຖະການ, ການ​ເຮັດ​ວຽກ​ເປັນ​ເລຂານຸການ, ​ການ​ຄຸ້ມ​ຄອງ ​ແລະ ບໍລິຫານ​ຫ້ອງ​ສະໝຸດ, ການ​ສົ່ງ​ເສີມ​ການ​ອ່ານ, ການ​ຈັດ​ກອງ​ປະຊຸມ, ສາມາດ​ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີຕ່າງໆ​​ເຊັ່ນ: ການ​ສ້າງ​ຖານ​ຂໍ້​ມູນ ​ແລະ ​ເວັບ​ໄຊ​ທ໌ ເຂົ້າ​ໃນ​ການ​ຈັດການ​ກັບ​ຂໍ້​ມູນ ​ແລະ ການຮັກສາ​ເອກະສານ.

ອາຊີບ
ເປັນ​ນັກ​ບັນ​ນາ​ຮັກສາ​ດ (ພະນັກງານ​ຫ້ອງ​ສະໝຸດ), ພະນັກງານ​ບໍລິຫານ​ຫ້ອງການ, ​ເລຂານຸການ, ພະນັກງານສະໜອງຂໍ້​ມູນ, ພະນັກງານ​ອະນຸລັກ​​ຊັບພະຍາກອນ​ວັດທະນາ​ທໍາ​ໃນ​ອົງ​ກອນ​ຕ່າງໆ​ເຊັ່ນ: ກະຊວງ​ຖະ​ແຫຼງຂ່າວ​ ​ແລະ ວັດທະນະ​ທໍາ; ຫໍສະໝຸດຕ່າງໆ​ເຊັ່ນ: ຫໍສະໝຸດ​ແຫ່ງ​ຊາດ; ຫໍສະໝຸດຊຸມ​ຊົນ; ບັນດາຫໍພິພິດ​ຕະພັນ​ ​ແລະ ອື່ນໆ.

ທີ່ຕັ້ງ ແລະ ຕິດຕໍ່
ຄະນະວິທະຍາສາດສັງຄົມ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770876

ແຫຼ່ງຂໍ້ມູນ: https://collegemajor.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ