ສາຂາ ພະຍາບານ ຄະນະພະຍາບານສາດ ມະຫາວິທະຍາໄລ​ວິ​ທະ​ຍາ​ສາດ​ສຸ​ຂະ​ພາບ



ພະຍາບານ
ຫຼັກສູດ: ປະລິນຍາຕີ 4 ປີ, ຊັ້ນສູງ 3 ປີ, ຊັ້ນສູງ​ຕໍ່​ເນື່ອງ 2 ປີ 5 ​ເດ​ືອນ
ຄະນະພະຍາບານສາດ
ມະຫາວິທະຍາໄລ​ວິ​ທະ​ຍາ​ສາດ​ສຸ​ຂະ​ພາບ
ນິຍາມ ແລະ ຄວາມສຳຄັນ
ພະຍາບານ ແມ່ນໝາຍເຖິງບຸກຄົນທີ່ໃຫ້ບໍລິການປິ່ນປົວ, ສະໜັບສະໜູນ ​ແລະ ດູ​ແລ​ຜູ້​ທີ່​ມີ​ຄວາມ​ຕ້ອງການ​ດ້ານ​ພະຍາບານ ​ເນື່ອງ​ຈາກ​ພາວະ​ຜູ້​ສູງ​ອາຍຸ, ບາດ​ເຈັບ, ​ເຈັບ​ປ່ວຍ ຫຼື ຜິດ​ປົກກະຕິ​ທາງ​ດ້ານ​ຮ່າງກາຍ ​ແລະ ຈິດ​ໃຈ ຫຼື ຜູ້​ທີ່ຢູ່​ໃນ​ພາວະ​ສ່ຽງທາງ​ດ້ານ​ສຸຂະພາບ ​ໂດຍ​ອີງ​ໃສ່​ການ​ປະຕິບັດ ​ແລະ ມາດຕະຖານ​ທາງ​ດ້ານ​ພະ ຍາບານ​ສາດ. ໜ້າທີ່​​ຂອງ​ພວກ​ເຂົາ​ແມ່ນວາງ​ແຜນ ​ແລະ ​ໃຫ້ການ​ດູ​ແລ​ຄົນ​ເຈັບ ຊຶ່ງ​ລວມ​ເຖິງການ​ຕິດຕາມ​ຊີ້ນຳ​ພະນັກງານ​ສາທາລະນະ​ສຸກ​ອື່ນໆ, ​ເຮັດ​ວຽກຢ່າງ​ເປັນ​ອິດສະຫຼະ ຫຼື ​ເຮັດ​ເປັນ​ທີ​ມທີ່​ປະກອບ​ມີ​ທ່ານໝໍ ​ແລະ ພະນັງານ​ອື່ນໆ ​ເພື່ອ​ປ້ອງ​ກັນ ​ແລະ ປິ່ນປົວ ​ໃນ​ສະຖານ​ພະຍາບານ ​ແລະ ຊຸມ​ຊົນ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂາວິຊານີ້ຮຽນຮູ້ກ່ຽວກັບ ການໃຫ້ການເບິ່ງແຍງ ສຸຂະພາບແກ່ຜູ້ມາໃຊ້ບໍລິການສາທາລະນະສຸກເພື່ອຊ່ວຍເຫຼືອທາງດ້ານຮ່າງ ກາຍ, ຈິດໃຈ, ອາລົມ ແລະ ສັງຄົມ. ທັງໃນສະພາວະສຸຂະພາບດີ, ເຈັບປ່ວຍ ຫຼື ພິການ ໂດຍເນັ້ນໃສ່ຜູ້ມາຮັບບໍລິການເປັນ ສູນກາງ. ຕົວຢ່າງເຊັ່ນ: ການໃຫ້ສຸຂະສຶກສາກ່ຽວກັບວິທີການເບິ່ງແຍງສຸຂະພາບ, ການເຮັດກິດຈະກຳຕ່າງໆກັບ ຄົນ ເຈັບເພື່ອປິ່ນປົວພະຍາດ ໂດຍໄດ້ຮັບຄຳສັ່ງຈາກ ທ່ານໝໍ ເຊັ່ນ: ການໃຫ້ຢາ, ການ ໃຫ້ ອາຫານ, ການ ຮັກສາບາດແຜ ແລະ ອື່ນໆ.



ວິທີການສິດສອນ
ມີ​ການ​ຮຽນພາກທິດ​ສະ​ດີໃນຮູບ​​ແບບ​ບັນ​ລະ​ຍາຍ ​ແລະ ​ແບ່ງ​ເປັນ​ກຸ່ມ​ຍ່ອຍ​ໃນ​ການ​​ເຝິກ​​ແອບ​ປະ​ຕິ​ບັດຕົວ​ຈິງ​ກັບ​ຄົນ​ເຈັບ​ທີ່​ເປັນ​ຫຸ່ນ​ຈຳລອງ​ໃນ​ຫ້ອງ​ທົດ​ລອງ​ຂອງ​ໂຮງຮຽນ ​ໂດຍ​ມີ​ອາຈານ​ປະຈຳ​ວິຊາ​ນັ້ນໆ​ເປັນ​ຜູ້ນຳ​ພາ. ນອກຈາກ​ນີ້, ນັກສຶກສາຈະຕ້ອງ​ລົງ​ຝຶກປະຕິບັດຕົວຈິງຢູ່​ໂຮງໝໍ​ ​ເຮັດ​ວຽກກັບ​ຄົນ​ເຈັບ​ຕົວ​ຈິງ ເປັນຕົ້ນແມ່ນ​ການ​ຊ່ວຍ​ເຫຼືອ​ເບື້ອງຕົ້ນ ​ແລະ ຕິດຕາມ​ອາການຄົນເຈັບໃນແຕ່ລະມື້ ​​ແລ້ວ​ລາຍ​ງານ​ທ່ານໝໍ. ຫຼັງຈາກ​ນັ້ນ, ກໍ​ຈະໄດ້ລົງ​ເຮັດ​ວຽກນຳ​ຊຸມ​ຊົນ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານດ້ານຊີວະ​ສາດ, ເຄ​ມີ​ສາດ, ຄະນິດສາດ, ພາ​ສາ​ອັງ​ກິດ, ແລະ ພາ​ສາ​ຝ​ຣັ່ງ. ສິ່ງສຳຄັນທີ່ສຸດໃນ​ການ​ສຶກ​ສາ​ຮ່ຳ​ຮຽນ​ໃນ​ສາ​ຂາ​ວິ​ຊານີ້​ແມ່ນ ນັກຮຽນຈະຕ້ອງ​ເປັນຄົນ ກ້າຕັດສິນໃຈດ້ວຍຕົນເອງ, ມີມະນຸດສໍາພັນທີ່ດີ, ມີຄວາມອົດທົນແລະ ມີ​ຄວາມ​ສົນ​ໃຈ​ຢາກຊ່ວຍເຫຼືອຄົນອື່ນ. ນອກຈາກນີ້, ນັກຮຽນພະຍາບານຈະຕ້ອງມີທັກສະໃນການຄິດຢ່າງເປັນລະບົບ.
ຈົບແລ້ວສາມາດ
ນຳໃຊ້ຂະບວນການພະຍາບານ ແລະ ຄວາມຮູ້ດ້ານການພະຍາບານເຂົ້າໃນວຽກງານສົ່ງເສີມ, ປ້ອງກັນ, ດູ​ແລຮັກສາສຸຂະພາບ ແລະ ຟື້ນຟູໜ້າທີ່ການ ອີງ​ຕາມ​ຄວາມ​ຕ້ອງການ​ພື້ນຖານ ​ແລ​ະ ສິ່ງ​ແວດ​ລ້ອມ​ຂອງ​ບຸກຄົນ, ຄອບຄົວ ​ແລະ ຊຸມ​ຊົນ. ສາມາດໃຫ້ການສິດສອນ ​ແລະ ​ແນະນຳ​ແກ່​ພະຍາບານ ​ແລະ ນັກຮຽນພະຍາບານ, ​ໃຫ້ສຸຂະສຶກສາ​ຕໍ່ຄົນເຈັບ, ເຮັດການບົ່ງມະຕິ ແລະ ປີ່ນປົວພະຍາດ ທີ່ພົບເຫັນທົ່ວໄປໃນຊຸມຊົນ, ຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທີ່ມີຢູ່ ຢ່າງມີປະສິດທິພາບ.
ອາຊີບ
ເປັນ​ພະຍາບານຢູ່ ສຸກສາລາ, ​ໂຮງໝໍ​ເມືອງ, ​ໂຮງໝໍ​ແຂວງ ​ແລະ ​ໂຮງໝໍສູນ​ກາງ. ນອກຈາກ​ນີ້, ຍັງ​ສາມາດ​ເຮັດ​ວຽກ​ເປັນພະນັກງານຢູ່ ຫ້ອງການສາທາລະນະ​ສຸກ, ​ເປັນອາຈານສອນຢູ່​ສະ​ຖາ​ບັນ​ການ​ສຶກສາ​ສາທາລະນະ​ສຸກ, ​ແລະ ​ເຮັດ​ວຽກຢູ່​ຫ້ອງ​ກວດ​ພະຍາດ​ເອກະ​ຊົນ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລວິທະຍາສາດ ສຸຂະພາບ
ວິທະຍາເຂດ ເພຍວັດ
ຖະໜົນ ສາມແສນໄທ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ. ຕູ້ ປ.ນ 7444
ໂທ: 021 222883, ແຟັກ 021 2140 55
ອີເມວ: contact@uhs.edu.la.
ເວັບໄຊ໌ www.uhs.edu.la

ແຫຼ່ງຂໍ້ມູນ: https://collegemajor.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ